ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Verizon iPhone 4 (CDMA) ອາດຈະໃຊ້ງານແບບ Dual Mode ໄດ້

ຂ່າວໄອທີ, ໂທລະສັບ

ຫລາຍໆຄົນກໍ່ອາດຈະຮູ້ແລ້ວວ່າໃນ iPhone 4 ລຸ້ນ CDMA ທີ່ວາງຂາຍຜ່ານ Verizon ໃນອາເມລິການັ້ນ ໄດ້ມີການປັບປຸງເສົາສັນຍານໃຫມ່ ເພຶ່ອແກ້ປັນຫາສັນຍານຕົກ ທີ່ເກີດຂຶ້ນໃນລຸ້ນກ່ອນຫນ້ານີ້, ແຕ່ນອກຈາກນັ້ນແລ້ວ ໃນ iPhone 4 ລຸ້ນ CDMA ນີ້ຍັງປ່ຽນມາໃຊ້ ຊິບ Qualcomm  ອີກດ້ວຍ. ໂດຍລ່າສຸດທາງ iFixit ໄດ້ທຳການສຳແຫລະ iPhone 4 ລຸ້ນ CDMA ທີ່ວາງຂາຍຜ່ານ Verizon ນີ້ ແລ້ວກໍ່ໄດ້ພົບເຫັນ ຊິບ Qualcomm MDM6600 ເຊິ່ງຊິບດັ່ງກ່າວນີ້ ເປັນຊິບທີ່ສາມາດໃຊ້ງານແບບ Dual Mode ໄດ້ ນັ້ນກໍ່ຫມາຍຄວາມວ່າມັນອາດຈະສາມາດໃຊ້ງານໄດ້ທັງ CDMA ແລະ GSM.

ສຳລັບຊິບດັ່ງກ່າວນີ້ທີ່ໄດ້ມີການໃຊ້ໃນ Motorola Droid Pro ມາກ່ອນແລ້ວ ເຊິ່ງຈະສາມາດໃຊ້ງານໄດ້ທົ່ວໂລກ ແລະ ໃຊ້ໄດ້ທັງລະບົບ CDMA ແລະ GSM ເຊິງລວມເຖິງ HSPA+ ແລະ EV-DO ຄວາມໄວ 14 Mbps ອີກດ້ວຍ. ແຕ່ປັນຫາຄື iPhone 4 ລຸ້ນຂອງ Verizon ຫລື CDMA ນີ້ ມັນບໍ່ມີຊ່ອງໃສ່ຊິມກາດ ກໍ່ເລີຍເຮັດໃຫ້ເປັນປັນຫາທີ່ບໍ່ສາມາດນຳມາໃຊ້ງານກັບ GSM ໄດ້. ແຕ່ກໍ່ອາດຈະເປັນໄປໄດ້ວ່າ Apple ອາດຈະປ່ຽນມາໃຊ້ຊິບດັ່ງກ່າວ ໃຫ້ກັບອຸປະກອນອື່ນໆຂອງຕົນ ໃນອານາຄົດ ເຊັ່ນ iPhone ແລະ iPad ໃນອານາຄົດ ອາດຈະສາມາດໃຊ້ງານໄດ້ທັງສອງລະບົບ ແລະ ບໍ່ຈຳເປັນຕ້ອງແຍກຕົວແທນຈຳຫນ່າຍ, ອີກປະເດັນຫນຶ່ງກໍ່ຄື iPhone ລຸ້ນຕໍ່ໄປອາດຈະບໍ່ຖືກລ໊ອກ ໂດຍຂຶ້ນກັບຜູ້ໃຫ້ບໍລິການໃດຫນຶ່ງ.

ທີ່ມາ: Arstechnica

ລອງອ່ານກ່ຽວກັບ  ລືກັນຕະຫລອດ MacBook Pro ຈະແຍກລະບົບປະຕິບັດການໄວ້ໃນ SSD

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.