ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ລືກັນອີກຮອບກ່ອນເປີດໂຕ iPad 2 ອາດຈະມາກັບ Thunderbolt

ຂ່າວດ່ວນ, ຂ່າວໄອທີ, ແທັບເລັດ

ລ່າສຸດ ຫລັງຈາກທີ່ໄດ້ເອີ່ຍກ່ຽວກັບສິ້ນສ່ວນຂອງ iPad 2 ທີ່ເປັນສີຂາວໄປແລ້ວ ປະຈຸບັນ ກໍ່ມີຂ່າວລືອອກມາອີກເລັກນ້ອຍ ເປັນຮູບລຸດຂອງ Case ທີ່ເຊຶ່ອກັນວ່າຈະເປັນ Case ຂອງ iPad 2 ເຊິ່ງກ່ອນຫນ້ານີ້ກໍ່ມີກັນອອກມາໃຫ້ເຫັນຫລາຍແລ້ວ ແລະກໍ່ມີຮູປິດສະຫນາໂຕຫນຶ່ງ ທີ່ກ່ອນຫນ້ານີ້ຫລາຍຄົນກໍ່ວ່າມັນຈະເປັນຮູຂອງ Micro SD Card ແຕ່ຄວາມຈິງ ມັນກໍ່ບໍ່ຫນ້າຈະເປັນໄປໄດ້ຕາມຄວາມເຫັນຂອງ ຜູ້ຂຽນເອງ. ປະຈຸບັນຫລັງຈາກທີ່ໄດ້ປະຕິດປະຕໍ່ເລື່ອງ ແລະກໍ່ໄປເຫັນ Case ທີ່ເປັນຮູບລຸດຢູ່ນີ້ກໍ່ເຮັດໃຫ້ອົດຄິດບໍ່ໄດ້ວ່າ ມັນອາດຈະເປັນ ຮູສຳລັບພອດ Thunderbolt​ ( Thunderbolt ແມ່ນຫຍັງ ?) ເຊິ່ງເປັນພອດ ແບບໃຫມ່ ທີ່ມາກັບ MacBook Pro ໂຕໃຫມ່ທີ່ຫາກໍ່ອອກມານີ້.

ໃນຄວາມຄິດເຫັນຂອງຜູ້ຂຽນເອງ ໂດຍບໍ່ໄດ້ແນໃສ່ Case ດັ່ງກ່າວແຕ່ຢ່າງໃດ, ເພາະຄິດວ່າ ມັນຫນ້າຈະເປັນໄປໄດ້ສູງ ເພາະ Apple ບໍ່ມີທາງໃສ່ຊ່ອງ Micro SD Card ລົງໄປຢ່າງແນ່ນອນໃນ iPad ແລະນອກຈາກນັ້ນ Thunderbolt ເປັນເທັກໂນໂລຢີໃຫມ່ ເຊິ່ງສາມາດຮວມເອົາຫລາຍເທັກໂນໂລຢີມາລວມໃນພອດດຽວ ແລະ ມີການຖ່າຍໂອນຂໍ້ມູນທີ່ໄວເຖິງ 10Gb ຕໍ່ວິນາທີ ແລ້ວຕາມດ້ວຍຄວາມທີ່ຟາຍພັກດັນ ແລະບອກວ່າມັນອາດຈະເປັນເທັກໂນໂລຢີຫລັກໃນອານາຄົດ ທີ່ຈະມາແທນພອດແບບຕ່າງໆ. ຫາກເປັນຄວາມຈິງ ກໍ່ຈະເຮັດໃຫ້ iPad ໄດ້ປຽບຢ່າງສູງ ໃນວົງການແທັບເລັດ ເມຶ່ອທຽບກັບແທັບເລັດ Android 3.0 ທີ່ລັ່ງໄຫລກັນອອກມາຊ່ວງນີ້.

ທີ່ມາ – SlashGear

ລອງອ່ານກ່ຽວກັບ  ບິວເກດສ໌ ຊົມ ສະຕີຟ ຈັອບສ໌ ແຕ່ບອກ iPad ຍັງບໍ່ດີພໍ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.