ເລື່ອງລາວຂອງ TECH, STARTUP, ແລະ DIGITAL

HTC ເປີດໂຕແທັບເລັດ ຂະຫນາດ 7ນິ້ວ ຊື່ Flyer ໃນງານ MWC 2011

ຂ່າວໄອທີ, ແທັບເລັດ

ລ່າສຸດໃນງານ MWC 2011 (Mobile World Congress 2011) ທາງ HTC ໄດ້ເປີດໂຕແທັບເລັດ ຊື່ Flyer  ເຊິ່ງເປັນແທັບເລັດຂະຫນາດ 7ນິ້ວ ມີຄວາມລະອຽດ1024 x 600 ທີ່ໃຊ້ລະບົບປະຕິບັດການ Android 2.4 (ກຳລັງຈະມາ), ແຕ່ຈະມາກັບຫນ່ວຍປະມວນຜົນ(CPU) ຂະຫນາດ 1.5GHz ແຕ່ມີ Core ດຽວ (Single Core), Ram 1GB, ຫນ່ວຍຄວາມຈຳຈະເປັນ Flash 32GB, ໂຕເຄື່ອງເປັນອາລູມິນຽມ ທັງຫມົດ ແບບບໍ່ມີຮອຍຕໍ່ ຫລືທີ່ເອີ້ນກັນວ່າ Aluminum Unibody, ມີກ້ອງຫນ້າ 1.3ລ້ານພິກເຊວ, ກ້ອງຫລັງ 5ລ້ານພິກເຊວ, ໃຊ້ແບັດເຕີລີ່ 4000mAh, ມີຊ່ອງໃສ່ Micro SD ແລະຈະຮອງຮັບການເຊື່ອມຕໍ່ໄຮ້ສາຍແບບ Wifi, HSPA+ ອີກດ້ວຍ.

ສຳລັບ HTC Flyer ນີ້ຄາດການວ່າຈະອອກວາງຂາຍ ປະມານໄຕມາດທີ່ສອງຂອງປີນີ້ ພ້ອມທັງບອກວ່າ Android 2.4 ຈະເບິງບໍ່ຕ່າງຫຍັງກັບ Android 2.3, ແຕ່ຄຳຖາມຂອງຫລາຍໆຄົນອາດຈະຖາມວ່າ ເປັນຫຍັງ HTC ບໍ່ອອກແທັບເລັດຂະຫນາດໃຫຍ່ກວ່ານີ້ ແລ້ວໃຊ້ Android 3.0 Honeycomb. ແຕ່ສຳຫລັບຜູ້ຂຽນເອງຄິດວ່າ HTC ອາດຈະຄິດວ່າ HTC Sense ຂອງຕົນເອງເຈັ໋ງ ແລະ ເຫັນຄວາມສຳເລັດຂອງ Samsung Galaxy Tab 7ນິ້ວຂອງ Samsung ເລີຍຢາກລອງຕະຫລາດແທັບເລັດ 7ນິ້ວ. ນອກນັ້ນ ຜູ້ຂຽນຍັງຄິດວ່າຕະຫລາດແທັບເລັດ 7ນິ້ວອາດຈະຈາງຫາຍ ແລະ ບໍ່ເຫມາະທີ່ຈະໃຊ້ງານເປັນແທັບເລັດ.

ທີ່ມາ: Engadget

ລອງອ່ານກ່ຽວກັບ  ເຜີຍຮູບລຸດ Motorola Xoom 2 ແທັບເລັດລຸ້ນນ້ອງຂອງ Motorola Xoom

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.