ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Microsoft ເປີດໂຕຟີເຈີ່ Email ໃຊ້ແລ້ວຖິ້ມ ໃຫ້ກັບ Hotmail ແລ້ວ

ຂ່າວໄອທີ

ຫລາຍຄົນທີ່ມັກສະຫມັກໃຊ້ງານອີເມວຫລາຍໆບັນຊີ ອາດຈະຖືກໃຈ ຫາກໄດ້ຍິນຂ່າວນີ້ ເພາະລ່າສຸດທາງ Microsoft ໄດ້ເປິດໂຕຟີເຈີຼໃຫມ່ ອີເມວໃຊ້ແລ້ວຖິ້ມ ໃຫ້ກັບບໍລິການຢ່າງ Hotmail ແລ້ວເຊິ່ງມີຊື່ວ່າ aliases.

ຂໍ້ດີຂອງ aliases ກໍ່ຄືຜູ້ໃຊ້ບໍ່ຈຳເປັນຕ້ອງສະຫມັກໃຫມ່ ພຽງແຕ່ເຂົ້າໄປເພີ່ມ Email aliases ໃນບັນຊີອີເມວເກົ່າຂອງທ່ານ ເທົ່ານີ້ ທ່ານກໍ່ຈະສາມາດ ຮັບສົ່ງອີເມວໄດ້ຫລາຍອີເມວພ້ອມໆກັນ ໂດຍຈະມີພຽງບັນຊີອີເມວເກົ່າຂອງທ່ານ ທີ່ເປັນບັນຊີຫລັກທີ່ຈະສາມາດລັອກອິນໄດ້. ນອກນັ້ນ ຍັງຊ່ວຍທາງດ້ານຄວາມປອດໄພໄດ້ອີກດ້ວຍ ເພາະຄົນທີ່ໄດ້ຮັບອີເມວນັ້ນ ຈະບໍ່ສາມາດຮູ້ບັນຊີບັນຊີອີເມວທີ່ແທ້ຈິງຂອງເຮົາ ຫລື ບັນຊີຫລັກນັ້ນເອງ ແຕ່ກໍ່ຍັງຮັບ ຫລື ສົ່ງອີເມວຫາກັນໄດ້ປົກກະຕິ.

ຕົວຢ່າງ: ເຮົາເອງມີບັນຊີ Hotmail ຢູ່ແລ້ວຫນຶ່ງບັນຊີ ແຕ່ເຮົາຢາກໄດ້ອີເມວໃຫມ່ ແຕ່ບໍ່ຕ້ອງການທີ່ຈະສະຫມັກ ແລະ ລັອກອິນ ເຂົ້າອອກຫລາຍໆເທຶ່ອ ເພຶ່ອຈັດການກັບບັນຊີນັ້ນໆ ແລະ ຍັງຈະຕື່ມຂໍ້ມູນຕ່າງໆໃນຕອນສະຫມັກ ເປັນຂັ້ນຕອນທີ່ເສຍເວລາຫລາຍ. ເຮົາກໍ່ແກ້ບັນຫານີ້ດ້ວຍການໃຊ້ງານ aliases ໂດຍເຂົ້າໄປທີ່ http://mail.live.com/?rru=createalias ຫລັງຈາກນັ້ນກໍ່ເລື່ອກອີເມວໃຫມ່ທີ່ເຮົາຕ້ອງການ. ຫລັງຈາກແລ້ວໆກໍ່ກົດທີ່ Done ຕາມຮູບດ້ານເທິງນັ້ນ. ເທົ່ານີ້ທ່ານກໍ່ຈະສາມາດ ຮັບອີເມວຂອງບັນຊີ aliases ໄດ້ແລ້ວ, ເຊິ່ງຕອນທີ່ຈະສົ່ງອີເມວນັ້ນກໍ່ຈະມີຕົວໃຫ້ເລືອກວ່າ ຈະສົ່ງຈາກບັນຊີໂຕໃດ. ເມຶ່ອເຮົາບໍ່ຕ້ອງການບັນຊີ alias ທີ່ສ້າງຂຶ້ນມາແລ້ວ ເຮົາກໍ່ສາມາດລຶບຖິ້ມໄດ້ທັນທີ ຫລື ຈະປ່ອຍໄວ້ໃຊ້ງານໄປດົນໆກໍ່ໄດ້ເຊັ່ນກັນ.

ຢ່າງໃດກໍ່ຕາມບໍລິການລັກສະນະນີ້ມີຢູ່ໃນ Yahoo ກ່ອນຫນ້ານີ້ແລ້ວ ແຕ່ຈະເປັນຟີເຈຼີ່ສຳລັບພີມ່ຽມເທົ່ານັ້ນ, ແລະ Gmail ເອງກໍ່ມີແລ້ວເຊັ່ນດຽວກັນ ແຕ່ຈະເປັນບັນຊີທີ່ທ່ານຄອບຄອງໄວ້ແລ້ວ ລວມມາເປັນບັນຊີດຽວກັນ. ສຳລັບ ຟີເຈຼີ aliases ນີ້ຈະອະນຸຍາດໃຫ້ຜູ້ໃຊ້ສາມາດເພີ່ມບັນຊີ alias ໄດ້ພຽງ 5ບັນຊີ ຕໍ່ປີເທົ່ານັ້ນ ແລະ ລວມທັງຫມົດບໍ່ເກີນ 15ບັນຊີ. ຫາກໃຜເປັນຄົນທີ່ມັກສະຫມັກຫລາຍບັນຊີ ແລ້ວຕ້ອງຄວນໃຊ້ຟີເຈຼີນີ້ຢ່າງຮີບດ່ວນ ແຕ່ຢ່າລືມທ່ານຈະສາມາດລັອກອິນເຂົ້າໄດ້ ກໍ່ຕໍ່ເມຶ່ອຜ່ານບັນຊີຫລັກເທົ່ານັ້ນ ບັນຊີ alias ຈະບໍ່ສາມາດລັອກໄດ້.

ຫາກໃຜໄປລອງແລ້ວ ຍັງບໍ່ໄດ້ ຫລື ມີບັນຫາຫຍັງກໍ່ສອບຖາມໄດ້ເລີຍ ທີ່ກ່ອງສະແດງຄວາມຄິດເຫັນດ້ານລຸ່ມນີ່

ທີ່ມາ: Windows Live

ລອງອ່ານກ່ຽວກັບ  Xbox 360 ລຸ້ນໃຫມ່ເຜີຍເສີມໃນງານ E3 2010

Souliyo

Co-Founder and CTO of BIZGITAL and LOCA

Comments

Leave a Reply to ພາຢຸ ເທບເທວາ Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.