ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Google ເປີດບໍລິການ Android Market Webstore ຊື້-ຕິດຕັ້ງຜ່ານເວັບ

ຂ່າວໄອທີ

ລ່າສຸດໃນງານ Google Android Event ທີ່ຫາກໍ່ສິ້ນສຸດລົງໄປນີ້ ເຊິ່ງ Google ນຳເອົາແທັບເລັດ ທີ່ຈາກທາງ Motorola ມາທົດສອບການໃຊ້ງານ ແລະ ນຳສະເຫນີຟີເຈີຕ່າງໆ ທີ່ມີຢູ່ໃນ Android Honeycomb ແລະຫລາຍຄົນກໍ່ອາດຈະຮູ້ແລ້ວເນາະ, ແຕ່ທີເດັດທີ່ເຮັດໃຫ້ສາວົກ Android ຕ້ອງເຮ ກໍ່ຄື Google ການເປີດໂຕ Webstore ສຳລັບ Android Market ນັ້ນເອງ. ເຊິ່ງໃນ Webstore ສຳລັບ Android Market ນີ້ຈະຊ່ວຍໃຫ້ຜູ້ໃຊ້ ຄົ້ນຫາ, ຊື້ ລວມໄປເຖິງ ຕິດຕັ້ງ App ຕ່າງໆໄດ້ຜ່ານບຼາວເຊີ ຫລື ເທິງເວັບ http://market.android.com,ໂດຍແຕ່ກ່ອນຈະສາມາດຄົ້ນຫາ, ຕິດຕັ້ງຜ່ານໂທລະສັບ ຫລື ອຸປະກອນເທົ່ານັ້ນ.

ຈຸດເດັ່ນຂອງ Android Market Webstore ນີ້ຢູ່ທີ່ ຜູ້ໃຊ້ຈະສາມາດຊື້ ແລະ ຕິດຕັ້ງ App ຕ່າງໆຜ່ານເວັບໄດ້ , ແມ່ນແລ້ວ! ບໍ່ຕ້ອງໃຊ້ສາຍ USB ຫລື ການ Sync ໃດໆ ພຽງແຕ່ທ່ານເຈີ App ທີ່ທ່ານມັກເທິງຫນ້າເວັບ Android Market Webstore ທ່ານສາມາດກົດຕິດຕັ້ງ ຫລື ຊື້ໄດ້ທັນທີ ໂດຍໃຊ້ບັນຊີດຽວກັບທີ່ໃຊ້ໃນອຸປະກອນ Android ຂອງທ່ານ ຫລັງຈາກນັ້ນ App ດັ່ງກ່າວ ທີ່ທ່ານຊື້ ຫລື ຕິດຕັ້ງໃນ Android Market Webstore  ນັ້ນກໍ່ຈະຖືກໂຫລດ ແລະຕິດຕັ້ງໂດຍອັດຕະໂນມັດ ໃນອຸປະກອນຂອງທ່ານທັນທີ (ຕ້ອງມີອິນເຕີເນັດ).

ລັກສະນະດັ່ງກ່າວຄຸ້ນໆແມ່ນບໍ່ທ່ານຜູ້ອ່ານ ເພາະມັນໃຊ້ການເຮັດວຽກແບບດຽວກັນກັບ Chrome Webstore ທີ່ App ຂອງທ່ານໃນ ໂທລະສັບ ຫລື ອຸປະກອນຕ່າງໆ ຂອງ Android ຈະບໍ່ເສຍໄປໄສ ເຖິງອຸປະກອນນັ້ນໆຈະເປ່ເພ ຫລື ສູນຫາຍກໍ່ຕາມ, ສະນັ້ນ ຫມາຍຄວາມວ່າ ຫາກທ່ານມີອຸປະກອນແທັບເລັດ ແລະ ໂທລະສັບ ທີ່ເປັນ Android ຫລາຍໆເຄື່ອງ ທ່ານກໍ່ຈະມີ App ແລະ ໃຊ້ງານໄດ້ຄົບທຸກອຸປະກອນຂອງທ່ານ ໂດຍການຕິດຕັ້ງ ແລະ ຊື້ພຽງຄັ້ງດຽວ ຜ່ານ Android Market Webstore, ວ່າແຕ່ຄຸນສົມບັດນີ້ມັນຄ້າຍໆກັບ iTunes ຂອງ Apple ເລີຍ ແຕ່ຢ່າງໃດກໍ່ຕາມ iTunes ຫລື App Store ຂອງ Apple ຍັງບໍ່ສາມາດ ຊື້ ຫລື ຕິດຕັ້ງຜ່ານເວັບໄດ້ແບບນີ້.

ທີ່ມາ: Android Market Webstore

ລອງອ່ານກ່ຽວກັບ  HP Slate ຍົກເລີກ Windows7 ປ່ຽນເປັນ WebOS ເເທນ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.