ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Google Translate App ສຳລັບແປພາສາໃນ iPhone ມາແລ້ວ

ຂ່າວໄອທີ, ໂທລະສັບ

ລ່າສຸດ Google ໄດ້ອອກ Google Translate App ສຳລັບ iPhone ແລ້ວ ເຊິ່ງກ່ອນຫນ້ານີ້ທາງ Google ເອງກໍ່ໄດ້ອອກເວັບ Google Translate ທີ່ເປັນ HTML 5 Web App ສຳລັບ iPhone ມາກ່ອນແລ້ວ.

ຢ່າງໃດກໍ່ຕາມ Google Translate App ຈະສາມາດເຮັດໄດ້ທຸກຢ່າງ ຫລື ໃຊ້ງານໄດ້ທຸກຢ່າງຄືກັບ ລຸ້ນທີ່ເປັນ Web App ກໍ່ຫນ້ານີ້ ແລະໄດ້ເພີ່ມບາງຟີເຈຼີ່ເຂົ້າໄປ ເລັກຫນ້ອຍ ເພຶ່ອໃຫ້ສາມາດໃຊ້ງານໄດ້ດີ ແລະ ງ່າຍຂຶ້ນ. ໃນ Google Translate App ຈະຮອງຮັບການແປພາສາໄດ້ທັງຫມົດ 50 ພາສາໃນປະຈຸບັນ (ບໍ່ມີພາສາລາວ), ແລະ ສາມາດມາດແປ ຫລື ຄົນຫາຄຳສັບຜ່ານສຽງຂອງຜູ້ໃຊ້ໄດ້ເຖິງ 15 ພາສາ ພຽງກົດໃສ່ປຸ່ມ ໄມ ແລ້ວເວົ້າຄຳສັບທີ່ທ່ານຕ້ອງການຄົ້ນຫາເທົ່ານັ້ນ ມັນກໍ່ຈະແປອອກມາ.

ນອກຈາກທີ່ເວົ້າມາຂ້າງເທິງນັ້ນແລ້ວ ຍັງມີອີກສອງຟີເຈຼີ່ທີ່ຫນ້າສົນໃຈ ນັ້ນກໍ່ຄື ຟັງຄຳແປ ແລະ ໂຫມດໂຊຄຳແປເຕັມຈໍ. ເຊິ່ງສອງຟີເຈຼີນີ້ແມ່ນຈະມີຢູ່ໃນສ່ວນຫລັງການແປ. ເຊິງຜູ້ໃຊ້ສາມາດມາກົດ ປຸ່ມ ຫລື ຮູບລຳໂພງນ້ອຍໆມັນກໍ່ຈະອອກສຽງຄຳແປນັ້ນໆອອກມາ (ສຳລັບພາສາທີ່ຮອງຮັບເທົ່ານັ້ນ). ຫລັງຈາກທົດລອງໃຊ້ແລ້ວ ຖືວ່າເປັນຕາໃຊ້ງຫລາຍ ແລະຄາດວ່າພາສາລາວຈະຂຶ້ນໄປ Google Translate ໄວໆ ເພຶ່ອຈະໄດ້ມີພາສາລາວໃນ Google Translate App. ແຕ່ການໃຊ້ງານ Google Translate App ນີ້ເປັນການແປພາສາແບບອອນໄລນ໌ ສະນັ້ນໃນການໃຊ້ງານແມ່ນຈຳເປັນຕ້ອງມີການເຊື່ອມຕໍ່ອິນເຕີເນັດກ່ອນທຸກເທຶ່ອ ຈຶ່ງຈະສາມາດແປ ຫລື ຄົ້ນຫາໄດ້.

ສຳລັບ Google Translate App ສຳລັບ iPhone ນີ້ຈະຮອງຮັບ iOS 3 ຂຶ້ນໄປ, ສຳລັບທ່ານໃດ ທີ່ໃຊ້ມັກໃຊ້ງານ Google Translate ຫລື ຢາກມີ Google Translate App ໄວ້ໃນເຄື່ອງ iPhone ຂອງທ່ານ ກໍ່ສາມາດເຂົ້າໄປດາວໂຫລດໄດ້ທີ່ App Store ຫລືລິ້ງດ້ານລຸ່ມນນີ້ກໍ່ໄດ້.

ດາວໂຫລດ: http://itunes.apple.com/us/app/google-translate/id414706506?mt=8&ls=1

ທີ່ມາ: Google Mobile

ລອງອ່ານກ່ຽວກັບ  ລະລຶກ 110 ປີ Dennis Gabor ຜູ້ຄົ້ນພົບ holography

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ພາສາລາວເພີ່ນກຳລັງພັດທະນາຢູ່ ແລະ ຄາດວ່າຈະຂຶ້ນ Google Translate ໄວໆນີ້. ສະນັ້ນກໍ່ໃຊ້ພາສາໄທໄປກ່ອນ

Leave a Reply to souliyo Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.