ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Google ປ່ອຍ Google Chrome ເວີຊັ່ນ 9 ໂຕເຕັມແລ້ວ

ຂ່າວໄອທີ

ໃນທີ່ສຸດກໍ່ເຖິງເວລາ ທີ່ Google ປ່ອຍ Google Chrome ເວີຊັ່ນ 9 ອອກສູ່ສາຍຕາຂອງຜູ້ໃຊ້ທົວໄປແລ້ວ, ໃນເວີຊັ່ນນີ້ກໍ່ໄດ້ນຳເອົາຟີເຈີຼໃຫມ່ໆ ທີ່ມີໃນເວີຊັ້ນ beta ທີ່ໄດ້ອອກມາໃຫ້ຫລາຍຄົນໄດ້ນຳໄປທົດລອງໃຊ້ເປັນເວລາ ຫລາຍເດືອນ ກ່ອນຫນ້ານີ້.

ໃນເວີຊັ່ນນີ້ກໍ່ມີ Chrome Instant ທີ່ເພີ່ມຄວາມສາມາດໃຫ້ກ່ອງ Address bar ເປັນ instant Search ໃນໂຕ ເຊິ່ງຄາມສາມາດກໍ່ຄືໆກັບ Google instant, ອັນຕໍ່ມາກໍ່ເປັນສະຫນັບສະຫນຸນ WebGL ເຊິ່ງ WebGL ໃຫ້ນັກພັດທະສາມາດສ້າງ ຮາດແວສຳລັບເລັງ ພາບ 3D ກຼາຟິກ ໃນເວັບບຼາວເຊີ, ແລະອັນສຸດທ້າຍກໍ່ຄືສາມາດເຂົ້າເຖິງ Chrome Web Store ໄດ້ແລ້ວ ຜູ້ໃຊ້ສາມາດຕິດຕັ້ງ ຫລື ຊື້ App ຕ່າງໆ (ປະຈຸບັນຍັງເປັນພຽງລິ້ງໄປຫາເວັບທີ່ເປັນ HTML 5) ແຕ່ປະຈຸບັນຍັງຕິດຕັ້ງໄດ້ພຽງແຕ່ App ຟຼີ ແລະຍັງສາມາດຊື້ໄດ້ພຽງແຕ່ໃນ USA ເທົ່ານັ້ນ.

ນອກນັ້ນໃນເວີຊັ່ນນີ້ຍັງໄດ້ມີການແກ້ໄຂບັນຫາເລັກໆນ້ອຍໆ ທີ່ມີໃນເວຊັ່ນກ່ອນຫນ້ານີ້ ແລະ ກໍ່ມີການປັບປຸງໃຫ້ສາມາດໃຊ້ງານໄດ້ດີຂຶ້ນ ໃນແຕ່ລະຟີເຈຼີ ຜູ້ໃຊ້ທີ່ໃຊ້ Google Chrome ຢູ່ແລ້ວສາມາດເຂົ້າໄປອັບເດດໄດ້ທັນທີ ຫາກຍັງບໍ່ມີກໍ່ສາມາດໄປດາວໂຫລດໄດ້ທີ່ google.com/chrome

ທີ່ມາ: Chrome

ລອງອ່ານກ່ຽວກັບ  ຮວບຮວມໂປຼແກຼມຟຼີດີໆ ທີ່ຄວນມີໄວ້ໃນເຄື່ອງ ປະຈຳປີ 2010

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.