ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Galaxy Tab ມີຍອດການສົ່ງຄືນເຄື່ອງ ໃຫ້ກັບຜູ້ຂາຍ ຫລາຍກວ່າ iPad

ຂ່າວໄອທີ, ແທັບເລັດ

ເປັນຂ່າວກັນໄດ້ຕະຫລອດເວລາສຳລັບຄູ່ ພະເອກ ແລະ ພະຮອງຢ່າງ Samsung Galaxy Tab ແລະ iPad ຈາກ Apple ເຊິ່ງຕາມລາຍງານບອກວ່າ ຍອດການສົ່ງເຄື່ອງຄືນໃຫ້ກັບຜູ້ຂາຍຂອງ Galaxy Tab ນັ້ນສູງຂຶ້ນຫລາຍຫລັງຈາກທ້າຍປີທີ່ຜ່ານມາເຊິ່ງປະຈຸບັນມີຍອດການສົ່ງຄືນ ປະມານ 15-16% ຕັ້ງແຕ່ເລີ່ມວາງຈຳຫນ່າຍ ເມຶ່ອທຽບກັບ iPad ແລ້ວ ຖືວ່າຫ່າງກັນຫລາຍ ເພາະ iPad ມີຍອດການສົ່ງເຄື່ອງຄື່ນພຽງແຕ່ 2% ເທົ່ານັ້ນ.

ສາມາເຫດທີ່ເຮັດໃຫ້ຜູ້ໃຊ້ ສົງເຄື່ອງຄືນອາດຈະເນື່ອງມາຈາກຂະຫນາດ ແລະ ລະບົບປະຕິບັດການ Android 2.2 ຈາກ Google ທີ່ບໍ່ໄດ້ພັດທະນາມາເພຶ່ອອຸປະກອນແທັບເລັດ ແຕ່ຫວັງວ່າ Android 3.0 ທີ່ກຳລັງຈະອອກມານີ້ຈະເຮັດໃຫ້ ອຸປະກອນແທັບເລັດຕ່າງໆສາມາດດຶງດູດຕະຫລາດແທັບເລັດໄດ້. ຢ່າງໃດກໍ່ຕາມຍອດຂາຍຂອງ Galaxy Tab ກໍ່ຍັງເພີ່ມຂຶ້ນຢ່າງຫນ້າພໍໃຈ ແລະປະຈຸບັນກໍ່ຜ່ານ 2ລ້ານເຄື່ອງໄປແລ້ວ ແລະ ກໍ່ເປັນແທັບເລັດ Android ທີ່ມີຍອດຂາຍຫລາຍທີ່ສຸດໃນຕອນນີ້.

[poll id=”5″]

ທີ່ມາ: AppleInsider

ລອງອ່ານກ່ຽວກັບ  Hacker ນຳເອົາ Android 3.0 ໄປລົງໃນເຄື່ອງອ່ານ Nook Color

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.