ເລື່ອງລາວຂອງ TECH, STARTUP, ແລະ DIGITAL

FreeUndelete ໂປຼແກຼມກູ້ໄຟລ໌ໃຊ້ງານງ່າຍ ແລະ ຮອງຮັບຫລາຍປະເພດ

FREE WARE

ຫລັງຈາກຂຽນບົດຄວາມໂປຼແກຼມລຶບໄຟລ໌ແບບບໍ່ມີທາງກູ້ໄປແລ້ວ ກໍ່ມາຕໍ່ກັນທີ່ໂປຼແກຼມກູ້ໄຟລ໌ ເຊິ່ງມັນອາດຈະກົງກັນຂ້າມກັນຫລາຍ. ແຕ່ສຳລັບບາງຄົນກໍ່ຕ້ອງການ ບາງຄັ້ງທີ່ອາດຈະລຶບໄຟລ໌ແບບບໍ່ໄດ້ຄິດ ຫລື ຫລົງລຶບໄປແບບບໍ່ໄດ້ຕັ້ງໃຈກໍ່ມີ.

ສະນັ້ນ ເລີຍມາແນະນຳໂປຼແກຼມທີ່ຊື່ວ່າ FreeUndelete ເຊິ່ງໂປຼແກຼມນີ້ອາດຈະຊ່ວຍໃຫ້ ສາມາດກູ້ໄຟລ໌ດັ່ງກ່າວກັບຄືນມາໄດ້ ແຕ່ເວລາກໍ່ເປັນສິ່ງສຳຄັນຫາກມີການລຶບໄປດົນແລ້ວກໍ່ອາດຈະບໍ່ສາມາດກູ້ກັບຄືນມາໄດ້, ນອກນັ້ນຍັງຮອງຮັບການກູ້ຂໍ້ມູນຈາກ ອຸປະກອນຫລາຍປະເພດ ບໍ່ວ່າຈະເປັນ Hard drive, USB ຫລື Flash Drive, Memory Card ແລະ ອື່ນໆອີກ ທີໃຊ້ງານແບບ NTFS 1.0, NTFS 2.0, FAT12, FAT16 ແລະ FAT32.

ເຖິງຈະເຖິງຈະບໍ່ຊ່ວຍໄດ້ຫລາຍ ແຕ່ກໍ່ພໍຊ່ວຍໄດ້ ເພາະເທົ່າທີ່ໄດ້ລອງໃຊ້ງານມາແລ້ວ ກໍ່ຖືວ່າຊ່ວຍໄດ້ຫລາຍເຖິງປານກາງ. ສຳລັບໃຜທີ່ຕ້ອງການມີ FreeUndelete ໂປຼແກຼມກູ້ໄຟລ໌ໄວ້ໃນເຄື່ອງຄອມພິວເຕີສ່ວນໂຕ ຫລື ມີໄວ້ໃນຄອມຢູ່ບ້ານກໍ່ສາມາດໄປດາວໂຫລດເລີຍ.

ດາວໂຫລດ: http://www.officerecovery.com/freeundelete/

ລອງອ່ານກ່ຽວກັບ  Pulse ຊ່ອງທາງໃຫມ່ໃນການຕິດຕາມ SOULIYO.COM ທັ້ງ iOS ແລະ Android

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ຂອບໃຈ ສຳຫຼັບໂປຣແກຣມ(ແຕ່ຍັງບໍ່ລອງໃຊ້ເທື່ອ)

    ພີມງານ ສຸລິໂຍ ຊ່ວຍບອກວິທີແກ້ໄຂຄອມພີວເຕີມັນຊ້າໆກ່ວາປົກກະຕິຫຼາຍ ຈົນນ້ອງວ່າຊິເອົາໄປຫາຮ້ານລົງ

    Windows ໃໝ່ ແຕ່ຢາກລອງແກ້ໄຂດ້ວຍຕົນເອງກ່ອນວ່າຈະໄດ້ບໍ່ ຖ້າບໍ່ໄດ້ກໍ່ເຂົ້າຮ້ານແນ່ນອນ.

    ຂອບໃຈ ພີມງານ ສຸລິໂຍ ທີ່ສະຫຼະເວລາອັນມີຄ່າໃນການຊ່ວຍເຫຼືອໃນຄັ້ງນີ້.

    ຈາກນ້ອງ: ulala369

    1. ມັນກໍ່ມີຫລາຍສາເຫດນະ ມັນອາດຈະເປັນ HDD ຂອງເຈົ້າເຫລືອຫນ້ອຍລົງ, ຫລືອາດຈະຕິດໄວຣັສ ປະມານນີ້. ເພາະບໍ່ສາມາດຮູ້ໄດ້ແນ່ຊັດວ່າສາເຫດມັນມາຈາກໃຊ້. ອາການເປັນແບບໃດ. ຫາກບອກແບບກວ້າງໆວ່າມັນຊ້າແບບນີ້ກໍ່ບໍ່ຮູ້ຄືກັນວ່າມັນເປັນຍ້ອນຫຍັງ

  2. ໂດຍ ຂອບໃຈ ທີ່ໃຫ້ຄຳຕອບ ເພາະກໍ່ບໍ່ຮູ້ສາເຫດຄືກັນວ່າເປັນຫຍັງຈື່ງຊ້າ

    ແບບນີ້ຕ້ອງໄປຫາຮ້ານຂະເຈົ້າອາບນ້ຳໃຫ້ມັນສະອາດກ່ອນ ຫວັງວ່າຄົງຈະໄວຄືເກົ່າ

    ຂອບໃຈ ສຸລິໂຍ

Leave a Reply to ulala369 Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.