ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Flash Get ໂປູແກຼມຈັດການ ການດາວໂຫລດ ແບບຄົບວົງຈອນ

FREE WARE

ເຫັນຫລາຍຄົນມັກມາຖາມວ່າ ຈະດາວໂຫລດ IDM (internet download manager) ໄດ້ຢູ່ໃສ ເຮົາກໍ່ບອກໄປໂຫລດທີ່ເວັບມັນເລີຍ ຜູ້ກ່ຽວກໍ່ໄປໂຫລດມາ ຫລັງຈາກນັ້ນໄລຍະຫນຶ່ງກໍ່ກັບມາຖາມອີກວ່າ ມັນໄກ້ສິຫມົດກຳນົດແລ້ວ ເຮັດແນວໃດ ເຮົາກໍ່ບອກໄປເລີຍວ່າຊື້ License ມາໃຊ້, ແຕ່ຜູ້ກ່ຽວກໍ່ຕອບມາວ່າບໍ່ຢາກຊື້ ແລ້ວຈະຫາແຄັກໄດ້ຢູ່ໃນ ເຮົາກໍ່ບອກວ່າບໍ່ຮູ້ເພາະວ່າບໍ່ໄດ້ໃຊ້. ແຕ່ພໍຫລັງຈາກນັ້ນ ເພີ່ນກໍ່ກັບມາອີກຮອບໂດຍບອກວ່າຕິດໄວຣັສຈາກແຄັກ IDM ວ່າສັນ(ຜົນຂອງການມັກໃຊ້ ໂປຼແກຼມເຖື່ອນ ຫລື ລະເມີດລິຂະສິດ).

ຫລັງຈາກອ່ານຈົບແລ້ວເຮົາກໍ່ມີທາງອອກໃຫ້ ໂດຍມີໂປຼແກຼມດີໆມາແນະນຳ ເຊິ່ງຄວາມສາມາດພໍໆກັບ IDM ຫລືອາດຈະ ເຫນຶ່ອກວ່າກໍ່ເປັນໄດ້ ເຊິ່ງມັນກໍ່ຄື Flash Get. ສຳລັບ Flash Get ນີ້ເປັນໂປຼແກຼມ Download Manager ໂຕຫນຶ່ງທີ່ໄດ້ຮັບຄວາມນິຍົມພໍສົມຄວນ ອາດຈະບໍ່ຫລາຍເທົ່າ IDM Crack ແຕ່ມັນກໍ່ສາມາດໃຊ້ງານໄດ້ຢ່າງມີປະສິດທິພາບ ຫລັກໆກໍ່ຈະເປັນການດາວໂຫລດໄຟລ໌ຕ່າງໆ ຈາກອິນເຕີເນັດ ແລະ ໃຊ້ງານໄດ້ຫລາຍ Protocol ເຊັ່ນ: HTTP, FTP, BT, MMS, RTSP ແລະ ແບບອື່ນໆ.

ນອກນັ້ນ ໃນລະຫວ່າງການດາວໂຫລດ ຜູ້ໃຊ້ສາມາດສັ່ງຢຸດ ແລະກັບມາດຳເນີນການຕໍ່ໄດ້ ແບບດຽວກັບທີ່ IDM ມີ, ຜູ້ໃຊ້ສາມາດກັບມາດາວໂຫລດຄືນໃຫມ່ໄດ້ ບໍ່ວ່າໃນກໍລະນີອິນເຕີເນັດຫລຸດ ຫລື ຕັດໄປ,  ຂໍ້ດີອີກຢ່າງຫນຶ່ງຂອງ Flash Get ກໍ່ຄື ມັນບໍ່ຜູກຂາດການດາວໂຫລດ ເຊິ່ງມັນຈະເປັນ ຕົວເລືອກໃຫ້ຜູ້ໃຊ້ເລືອກວ່າການດາວໂຫລດແຕ່ລະຄັ້ງນັ້ນຕ້ອງການດາວໂຫລດຜ່ານ Flash Get ຫລືບໍ່ ເຊິ່ງຕ່າງຈາກ IDM ຢ່າງຊິ້ນເຊີງ ທີ່ຜູກຂາດ ວ່າທຸກໄຟລ໌ທີ່ດາວໂຫລດມານັ້ນ ຈະຜ່ານ IDM ຢ່າງດຽວ ໂດຍບໍ່ມີຕົວເລືອກໃຫ້ ແລະທີ່ສຳຄັນ Flash Get ຍັງຮອງຮັບການດາວໂຫລດແບບ Torrent ໄດ້ອີກດ້ວຍ ສະນັ້ນຫາກມີ Flash Get ແລ້ວກໍ່ບໍ່ຈຳເປັນຕ້ອງມີ uTorrent ໄວ້ໃນເຄື່ອງເລີຍກໍ່ໄດ້ ເພາະທ່ານສາມາດດາວໂຫລດ Bit Torrent ໄດ້ຜ່ານ Flash Get ທັນທີ. ສ່ວນຄວາມເຊຶ່ອອາດຈະວ່າໄປທາງທີ່ຜິດກໍ່ໄດ້ ວ່າ IDM ສາມາດຊ່ວຍໃຫ້ດາວໂຫລດໄວຂຶ້ນ ໃຫ້ລືມມັນໄດ້ເລີຍ.

ສຳລັບທ່ານໃດທີ່ອ່ານຢູ່ ແລ້ວກຳລັງໃຊ້ງານ IDM ຫລື Internet Download Manger ແບບ Crack ຫລືລະເມີດລິຂະສິດຢູ່ນັ້ນ ກໍ່ລອງປ່ຽນມາທົດລອງ Flash Get ລອງເບິ່ງ ເຊິ່ງຟັງຊັ່ນມັນກໍ່ເຮັດໄດ້ພໍໆກັນ ສາມາດອັບເດດເວີຊັ່ນໃຫມ່ໄດ້ທັນທີບໍ່ຕ້ອງຖ້າແຄັກ ແລະ ສ່ຽງຕໍ່ການຕິດໄວຣັສ.

ດາວໂຫລດ – http://www.flashget.com/en/download.html

ລອງອ່ານກ່ຽວກັບ  FreeMake Converter ໂປຼແກຼມສຳລັບ ແປງໄຟລ໌ມີເດຍຕ່າງໆ

Souliyo

Co-Founder and CTO of BIZGITAL and LOCA

Comments
    1. ມັນກໍ່ມີຕົວທ່ານ ບາງຢ່າງອາດຈະເວົ້າບໍ່ຫມົດກໍ່ມີ… ອີກຢ່າງມັນກໍ່ເປັນໂປຼແກຼມຟຼີເດ ເຮັດໄດ້ສ່ຳນັ້ນຖືວ່າສຸດຍອດແລ້ວ ເມຶ່ອທຽບກັບແບບເສຍເງິນຢ່າງ​ IDM

Leave a Reply to ວີລາໂຄເນ Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.