ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Apple ປ່ອຍ FaceTime 1.0 ລົງສູ່ Mac App Store ແລ້ວ ແຕ່ບໍ່ຟຼີ!

ຂ່າວດ່ວນ

ຫລັງຈາກທີ່ໄດ້ປ່ອຍ FaceTime beta For mac ເຊິ່ງເປັນ App ທີ່ໃຫ້ຜູ້ໃຊ້ Mac ສາມາດໂທແບບເຫັນຫນ້າກັບຜູ້ໃຊ້ iPhone 4 ໄປໃຊ້ກັນດົນເຕີບແລ້ວ ປະຈຸບັນ Apple ກໍ່ໄດ້ອອກ FaceTime 1.0 ແລ້ວໃນ Mac App Store. ເຊິ່ງ FaceTime 1.0 ຈະຮອງຮັບການໂທແບບເຫັນຫນ້າທີ່ມີຄວາມລະອຽດສູງລະດັບ HD 720p, ເພຶ່ອຕອບໂຈດກັບການອອກ MacBook Pro ລຸ້ນໃຫມ່ ທີ່ມີກ້ອງລະອຽດລະດັບ HD.

ແຕ່ຄຳຖາມ ແລະ ປັນຫາຂອງການອອກ FaceTime 1.0 ເທຶ່ອນີ້ ອາດເຮັດໃຫ້ຫລາຍຄົນຕົກໃຈ ແລະ ຢາກຖາມ Apple ວ່າ “ເປັນຫຍັງ ຫລື ຍ້ອນຫຍັງ)?” ເພາະ FaceTime 1.0 ທີ່ປະຈຸບັນລົງໄປໃນ Mac App Store ນັ້ນ ບໍ່ຟຼີດັ່ງທີ່ຫລາຍຄົນຄາດການເອົາໄວ້. ແລະສຳລັບຜູ້ໃຊ້ Mac ທັງຫລາຍແລ່ກໍ່ຕ້ອງໄດ້ຈົກກະເປົາເພຶ່ອຈ່າຍຄ່າດາວໂຫລດ App FaceTime 1.0 ໃນລາຄາ $0.99 ເຊິ່ງອາດຈະບໍ່ເປັນປັນຫາສຳລັບຫລາຍໆຄົນ.

ໃນຄວາມຄິດຂອງຜູ້ຂຽນເອງ ຄິດວ່າ iPhone ແລະ iPad ລຸ້ນຕໍ່ໄປຈະມີກ້ອງຫນ້າທີ່ສາມາດບັນທຶກວິດີໂອລະດັບ HD ໄດ້ . ແຕ່ຢ່າງໃດກໍ່ຕາມຂອງດີ ແລະ ໄຮໂຊ ກໍ່ຕ້ອງຍອມຈົກຖົງກັນຫນ້ອຍຫນຶ່ງ.

ດາວໂຫລດ – http://itunes.apple.com/us/app/facetime/id414307850?mt=12

ລອງອ່ານກ່ຽວກັບ  MacBook Air ນ້ອຍລົງ iPod Touch ເກັ່ງຂຶ້ນ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.