ເລື່ອງລາວຂອງ TECH, STARTUP, ແລະ DIGITAL

EverNote ບັນທຶກທຸກບ່ອນ-ທຸກເວລາ ແລະ ບໍ່ລືມ-ບໍ່ພາດ ສິ່ງສຳຄັນໆ

FREE WARE

ພໍດີໄດ້ທົດລອງໃຊ້ງານ EverNote ມາເກືອບເດືອນຫນຶ່ງເຕັມໆ (ໃຊ້ເຂົ້າໃນການຮຳຮຽນ) ເພຶ່ອບັນທຶກຫຍັງຕ່າງໆ ແລະ ກໍ່ຮວມໄປເຖິງວຽກບ້ານໃນໂຮງຮຽນ ເທັກນິສຳຄັນໆຕ່າງໆຈາກອາຈານ ບາງເທຶ່ອໄປເຈີເວັບຫລືວິທີການດີໆ ກໍ່ຈະບັນທຶກລົງ EverNote ໄວ້. ແຕ່ກ່ອນເຮົາເອງກໍ່ຈະໃຊ້ OneNote ຂອງ Microsoft ເພຶ່ອບັນທຶກລັກສະນະແບບນີ້, ແຕ່ພໍດີໄປເຈີ EverNote ເຫັນວ່າຟຼີກໍ່ເລີຍນຳມາທົດສອບ ເພຶ່ອຈະໄດ້ມາແນະນຳໃຫ້ກັບທ່ານຜູ້ອ່ານ. ເຊິ່ງຄວາມສະດວກຂອງມັນກໍ່ຄື ເຮົາໃສມາດໃຊ້ງານ ຫລື ເຂົ້າກັບເຂົ້າໄປອ່ານເມຶ່ອໃດກໍ່ໄດ້ ແລະ ຢູ່ໃສກໍ່ໄດ້ ພຽງແຕ່ມີອິນເຕີເນັດ, ເພາະມັນຈັດເກັບໄຟລ໌ຂອງເຮົາໄວ້ເທິງ Cloud Server ເຊິ່ງຈະສົ່ງ ແລະອັບເດດຂໍ້ມູນຂອງເຮົາຕະຫລອດເວລາ ບໍ່ວ່າຈະຢູ່ໃນອຸປະກອນໃດກໍຕາມເຊັ່ນ: ໂທລະສັບ, ຄອມພິວເຕີ ລວມໄປເຖິງເທິງຫນ້າເວັບ. ດ້ວຍຄວາມທີ່ຄວບຄຸມຫລາຍລະບົບປະຕິບັດການ ຈຶ່ງເຮັດໃຫ້ EverNote ມີຄວາມສະດວກສະບາຍໃນການໃຊ້ງານນັ້ນເອງ.

ຄວາມສາມາດຂອງ EverNote ກໍ່ຄືເປັນໂປຼແກຼມຈັດເກັບໂນດ ຫລື ບັນທຶກຄ້າຍໆກັບທີ່ເຮົາມັກເຮັດກັນເພຶ່ອກັນລືມ ຫລື ບັນທຶກບົດຮຽນ, ຄຳຖະແຫລງການໃນບ່ອນປະຊຸມ ຫລື ສິ່ງ ສຳຄັນໆຕ່າງໆ ເຊິ່ງມັນສາມາດມາດເພີ່ມຮູບ, ເພງ, ແລະໄຟລ໌ອື່ນໆລົງໄປ ແລ້ວນຳຂຶ້ນໄປໄວ້ທີ່ Cloud Server ເພຶ່ອຊິ້ງຫລື ອັບເດດກັບອຸປະກອນອື່ນທີ່ທ່ານມີການໃຊ້ງານ EverNote ຢູ່. ສະນັ້ນ ບໍ່ວ່າທ່ານຈະໃຊ້ໂທລະສັບ, ຫລື ຫລິ້ນອິນເຕີເນັດໃນຮ້ານຫລື ຫ້ອງການ ກໍ່ສາມາດເຂົ້າໄປອ່ານໂນດ ຫລື ສິ່ງທີ່ທ່ານບັນທຶກໄວ້ໄດ້ທັນທີ (ໂດຍລັອກອິນບັນຊີດຽວກັນ). ສຳລັບໂປຼແກຼມ EverNote ນັ້ນຈະແຈກຟຼີ ແຕ່ສຳລັບພື່້ນທີ່ນັ້ນຈະຈຳກັດຢູ່ທີ່ 60MB ຕໍ່ເດືອນ ສາມາດອັບໂຫລດໄຟລ໌ໄດ້ສີ່ປະເພດຄື, ຮູບ, ຄິບສຽງ, ink, ໄຟລ໌ PDF ເຊິ່ງແຕ່ລະໂນດ ຫລືແຕ່ລະຫນຶ່ງບັນທຶກຈະຈຳກັດຢູ່ທີ່ 25MB ຕໍ່ຫນຶ່ງໂນດເທົ່ານັ້ນ ເຊິ່ງນັ້ນຖືວ່າເຫລືອເຟຶອ ສຳລັບຜູ້ໃຊ້ຢ່າງເຮົາໆ, ຫາກສ່ຳນັ້ນຍັງບໍ່ພໍກໍ່ຕ້ອງຍອມຈົກກະເປົາເພຶ່ອຈ່າຍລະດັບ Premium ໃນລາຄາ $45 ຕໍ່ປີ. ນອກຈາກນັ້ນແລ້ວ ສຳລັບຜູ້ທີ່ເຮັດເວັບໄຊຕ໌ ຫລື ມັກເຂົ້າໄປຫາຄວາມຮູ້ຈາກເວັບໄຊຕ໌ຕ່າງໆແລ້ວ ຫາກເຫັນປ້າຍກຳກັບນ້ອຍໆແບບຮູບທາງລຸ່ມນີ້ ທ່ານສາມາດບັນທຶກໄປຍັງ EverNote ໄດ້ພຽງຄິກໄປທີ່ປ້າຍເລົ່ານັ້ນ ມັນນຳເອົາບົດຄວາໃນຫນ້ານັ້ນໆໄປບັນທຶກລົງໃນ EverNote ຂອງທ່ານໄດ້ທັນທີ.

ລະບົບປະຕິບັດການຮອງຮັບໄດ້ແກ່: Windows, Windows Mobile, Mac OS X, iOS (iPhone, iPod touch ແລະ iPad), Android, Blackberry, Palm ແລະ ເທິງຫນ້າເວັບບຼາວເຊີອີກດ້ວຍ

ດາວໂຫລດ – http://www.evernote.com/about/download

ລອງອ່ານກ່ຽວກັບ  LockHunter ຊ່ວຍປົດລ໊ອກໄຟລ໌ ທີ່ມີບັນຫາ ລຶບບໍ່ໄດ້

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ສະບາຍດີອ້າຍໂຍ…….

    ອ້າຍໂຍ ຊ່ວຍບອກວິທີ່ໃຊ້ໂປຣແກຣມນີ້ແດ່ຈະໄດ້ບໍ່ອ້າຍ ເພາະເຫັນແຕ່ຊັບພພະຄຸນແຕ່ບໍ່ຮູ້ໃຊ້ຫັນນະ.

    ຂອບໃຈເດີ້ອ້າຍ.

    1. ວີທີການໃຊ້ແບບໃດ ມັນກໍ່ມີຫລາຍຢ່າງແລ້ວຢາກຮູ້ວິດີໂຕໃດ. ຫາກເປັນວິທີຕິດຕັ້ງກໍ່ຕິດຕັ້ງຄືກັບໂປຼແກຼມທົ່ວໄປ ແລ້ວກໍ່ໄປສະຫມັກໃຊ້ງານ ຄືກັບສະຫມັກເປັນສະມາຊິກເວັບນັ້ນແລະ.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.