ເລື່ອງລາວຂອງ TECH, STARTUP, ແລະ DIGITAL

EASEUS Partition Master ຊ່ວຍແບ່ງ ແລະຈັດການ Partition

FREE WARE

ຫລາຍຄົນອາດຈະມີບັນການແບ່ງ Partition ໃນ Windows ເຊິ່ງບາງຄົນກໍ່ອາດຈະໃຊ້ງານ Disk Management ແຕ່ສຳຫລັບຄົນທີ່ບໍ່ສຳນານ ຫລື ທ່ານທີ່ຕ້ອງການຍ້າຍ Partition ນັ້ນເປັນເລື່ອງມີ່ຍາກ ເຊິ່ງອາດຈະສ່ຽງຕໍ່ການສູນເສຍຂໍ້ມູນທີ່ມີຢູ່ກໍ່ເປັນໄດ້. ສ່ວນຫລາຍເທົ່າທີ່ຮູ້ຫລາຍຄົນກໍ່ໃຊ້ໂປຼແກຼມຊ່ວຍຈັດການ ແລະ ແບ່ງ Partition ແບບທີ່ມີຄວາມສາມາດສູງ ແລະໃຊ້ງານງ່າຍ ແຕ່ໂປຼແກຼມພວກນັ້ນເປັນແບບເສຍເງິນ ທີ່ພາກັນໄປລະເມີດລິຂະສິດຂອງເຂົາເຈົ້າມາ. ສະນັ້ນ ບົດຄວາມນີ້ກໍ່ເລີຍເອົາໂປຼແກຼມແບ່ງ Partition ແບບຟຼີໆ, ໃຊ້ງານງ່າຍ, ແລະມີປະສິດທິພາບມາໃຫ້ໂຫລດໄປໃຊ້ກັນ.

EASEUS Partition Master ເປັນໂປຼແກຼມທີ່ຊ່ວຍຈັດການເລື່ອງ Partition ໃນດ້ານຕ່າງໆ ແລະມີຄວາມສາມາດເຊັ່ນ: ການ Format, ການລຶບ, ການສ້າງ Partition ທີ່ງ່າຍດາຍ ເຊິ່ງຜູ້ທີ່ບໍ່ຄວາມຊຳນານໃນການສ້າງ ຫລື Format Partition ນັ້ນສາມາດເຮັດໄດ້ໂດຍບໍ່ສັບສົນ, ສາມາດ ປັບຂະຫນາດ ແລະຍ້າຍ Partition ໄດ້ໂດຍງ່າຍດາຍ ແຖມຍັງບໍ່ເຮັດໃຫ້ຂໍ້ມູນທີ່ມີຢູ່ເສຍຫາຍ ແມ້ແຕ່ຫນ້ອຍດຽວ, ສາມາດ Copy ແລ້ວຫຍໍ້ຂະຫນາດ ໃຫ້ພໍດີກັບ Partition ປາຍທາງໄດ້, ຮອງຮັບເທັກໂນໂລຢີ Raid ຫລືການລວມ Harddisk ຫລາຍໂຕເປັນອັນດຽວໄດ້ນຳ, ນອກນັ້ນຍັງສາມາດເຊື່ອງ Partition ໄດ້ອີກດ້ວຍ.

ເທົ່ານັ້ນຍັງບໍ່ຫມົດ Easeus Partition Master ຍັງສາມາດຮອງຮັບ Harddisk ຂະຫນາດຕັ້ງແຕ່ 2GB ເຖິງ 4TB ແລະ ອຸປະກອນຈັດເກັບຂໍ້ມູນແບບພົກພາເຊັ່ນ: USB, Portable Harddisk ແລະ Memory card ເປັນຕົນ. ສາມາດໃຊ້ງານໃນ  Windows ທັ້ງແບບ 64Bit ແລະ 32Bit ທຸກເວີຊັ້ນ ຕັ້ງແຕ່ Windows 2000, XP, Vista ແລະ Windows 7. ຍັງມີຄວາມສາມາດຫລາຍຢ່າງທີ່ຍັງບໍ່ໄດ້ເວົ້າເຖິງ ແລະ ກໍ່ລອງເອົາໄປທົດລອງໃຊ້ ຫລື ປ່ຽນຈາກໂປຼແກຼມເກົ່າທີ່ໃຊ້ແບບແຄັກຢູ່ ກໍ່ໄດ້ເພາະມັນເທບຫລາຍ ເຮົາຂໍຮັບປະກັນ.

ດາວໂຫລດ – http://www.partition-tool.com/download.htm (ກະລຸນາເລືອກເອົາ Home Edition)

ລອງອ່ານກ່ຽວກັບ  iOS Game: ແຈກ Angry Birds (Free verison) ທຸກເວີຊັ່ນ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.