ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Driver Easy ຄົ້ນຫາ ແລະ ຕິດຕັ້ງ Driver ໃຫ້ກັບຄອມ ແບບງ່າຍໆ

FREE WARE

ຫລາຍຄົນອາດຈະເຈີກັບປັນຫາເມຶ່ອລົງ Windows ໃຫມ່ແລ້ວບໍ່ມີ Driver ຫລື ມີແລ້ວ ແຕ່ແຜ່ນເສຍໄປ, ສິໄປດາວໂຫລດຢູ່ໃສກະບໍ່ຮູ້, ເພາະອາດຈະເປັນຄອມທີ່ປະກອບເອົາ (ສະມາຊິກເວັບເຮົາກໍ່ເປັນ) 😀 ສະນັ້ນເລີຍຫາໂປຼແກຼມດີໆ ເພຶ່ອເປັນທາງອອກໃຫ້, ແລະເມຶ່ອຈະເວົ້າເຖິງໂປຼແກຼມຈັດການເລື່ອງ Driver ເຊັ່ນໂຫລດ ແລະ ຕິດຕັ້ງ Driver ໃຫ້ ຫລາຍຄົນອາດຈະຄິດເຖິງ Driver Genius ແຕ່ນັ້ນເປັນໂປຼແກຼມທີ່ບໍ່ໄດ້ແຈກຟຼີເດີ່ພີ່ນ້ອງ ຫາກໃຊ້ແບບລະເມີດລິຂະສິດຢູ່ ຢາກແນະນຳໃຫ້ມາລອງໃຊ້ Driver Easy ເບິງ, ເພາະ Driver Easy ນັ້ນມີ Driver ຫລາຍ 1ລ້ານກວ່າ Driver ກັນເລີຍ.

ວິທີໃຊ້ງານກໍ່ງ່ານໆ ຫລັງຈາກຕິດຕັ້ງແລ້ວກໍ່ເປີດໂປຼແກຼມຂຶ້ນມາ, ແລ້ວກໍ່ກົດທີ່ປຸ່ມ Scan ພໍຫລັງຈາກມັນສະແກນແລ້ວໆ ມັນກໍ່ຈະລາຍງານວ່າຄອມຂອງເຮົາຍັງຂາດ Driver ໂຕໃດ, ຫລັງຈາກນັ້ນກໍ່ກົດປຸ່ມ Get Drivers ແລ້ວມັນກໍ່ຈະລຽງກັນລາຍຊື່ອອກມາ ຂອງແຕ່ລະ Hardware ແລະ Driver ທີ່ເຮົາຕ້ອງການ, ຫລັງຈາກນັ້ນກໍ່ກົດ Download ເທຶ່ອລະໂຕທີ່ຢູ່ໃນລາຍການນັ້ນໆ ເຊິ່ງເວີຊັ່ນຟຼີຈະບໍ່ສາມາດໃຊ້ງານ Download All ໄດ້ ສະນັ້ນບໍ່ຕ້ອງໄປກົດມັນ, ພໍຫລັງຈາກໂຫລດເທຶ່ອໂຕສຳເລັດແລ້ວ ກໍ່ກົດທີ່ Install ເທຶ່ອລະໂຕເຊັ່ນກັນ. ເທົ່ານີ້ກໍ່ຈະມີ Driver ສຳລັບ Hardware ໃຫ້ຄອມຂອງເຮົາແລ້ວ.

ສຳລັບ Driver Easy ເວີຊັ່ນແຈກຟຼີນັ້ນຈະມີຟີເຈຼີ່ເກືອບທຸກຢ່າງ ທີ່ລຸ້ນເສຍເງິນມີ ຫລັກໆກໍ່ແມ່ນການສະແກນຫາ hardware ຂອງຄອມຜູ້ໃຊ້ນັ້ນ ຈະໃຊ້ຖານຂໍ້ມູນດຽວກັນກັບລຸ້ນເສຍເງິນ ສະນັ້ນບໍ່ຕ້ອງເປັນຫ່ວງວ່າລຸ້ນຟຼີຈະຖືກ ກັ໊ກບໍ່ໃຫ້ເຫັນ driver ບາງໂຕ. ແລະ ຟີເຈຼີ່ທີ່ລຸ້ນຟຼີບໍ່ມີກໍ່ຄື ການສຳຮອງ Driver, ການຖອນ Driver ແລະ ການກູ້ຄືນ Driver. ນອກນັ້ນລຸ້ນຟຼີຈະບໍ່ສາມາດດາວໂຫລດ ແລະ ຕິດຕັ້ງ Driver ທັງຫມົດໂດຍຄິກດຽວ ເຊິ່ງຈະຕ້ອງຕິດຕັ້ງແລະດາວໂຫລດເທຶ່ອລະໂຕ (ສົມກັບຂອງຟຼີແລ້ວ) ແຕ່ຫາກມັກສະບາຍຫນ້ອຍຫນຶ່ງ ຢາກໄດ້ແບບຄິກດຽວແລ້ວຫມົດ ກໍ່ສາມາດຈ່າຍເງິນຊື້ License ມາໃຊ້ໄດ້ ຢ່າໄປຫາຂອງ Crack ຫລື ລະເມີດລິຂະສິດຂອງກະແລ້ວກັນ ແລະທີ່ສຳຄັນຢ່າລືມຕໍ່ Internet ນຳເດີ່.

ດາວໂຫລດ – http://www.drivereasy.com/DriverEasy_Setup.exe

ຮອງຮັບ – Windows Xp, Vista, 7 ໃຊ້ໄດ້ທັງ 32bit ແລະ 64bit

ເວັບໄຊຕ໌ – http://www.drivereasy.com

ລອງອ່ານກ່ຽວກັບ  Digsby ລວມ IM, Email ແລະ Social Network ໃນໂປຼແກຼມດຽວ

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ສະບາຍດີ ອ້າຍ ໂຍ ແລະ ສະມາຊີກໝົດທຸກຄົນ

    ສະມາຊີກ ທີ່ອ້າຍ ໂຍ ເວົ້າເຖິງກໍ່ຄືຂ້າພະເຈົ້າເອງ ulala369 (ແປວ່າ ຢູ່ລ້າໆ 369 ວັນ ອິອິອິອິອິ……)

    ເມື່ອໃຊ້ງານແລ້ວກໍ່ສ້າງໄດ້ແທ້ເດີ້ພີ້ນ້ອງ ຕ້ອງຂອບໃຈ ອ້າຍ ໂຍ ຫຼາຍໆ ທີ່ຫາຫາໂປຣແກຣມ ດີໆມາແຈກ

    ສະມາຊີກຄົນໃດທີ່ເຈີ້ບັນຫາແບບຂ້າເຈົ້າກໍ່ລອງເອົາໄປໃຊ້ເດີ້ ໄດ້ຜົນຕາມທີ່ເຮົາຕ້ອງການແທ້ໆ.

    ຈາກຜູ້ລອງໃຊ້: ulala369

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.