ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຍືນຍັນແລ້ວ Apple ຈະຈັດງານ ເປີດໂຕ iPad 2 ໃນວັນທີ່ 2ມີນາ ນີ້

ຂ່າວໄອທີ

ຫລັງຈາກທີ່ເປັນຂ່າວລືກັນມາຫລາຍຮອບ ແລະ ກໍ່ຫລາຍຢ່າງ ສຳລັບ iPad 2 ຫລື iPad ລຸ້ນຕໍ່ໄປ, ເຊິ່ງປະຈຸບັນມີລາຍງານອອກມາວ່າ Apple ໄດ້ສົ່ງບັດເຊີ່ນໃຫ້ນັກຂ່າວ ເຂົ້າຮ່ວມງານ ໃນວັນພຸດ ທີ 2 ມີນານີ້ ທີ່ ໂຮງຫນັງ Yerba Buena Center for the Arts ໃນ San Francisco  ເຊິ່ງບໍ່ໄດ້ລະບຸວ່າເປັນງານຫຍັງ (ຕາມສະໄຕຼຂອງ Apple) ແຕ່ຕາມທີ່ສັງເກດບັດເຊີນແລ້ວ ກະບໍ່ຕ້ອງເດົາກໍ່ຮູ້ເລີຍວ່າເປັນງານ ເປີດໂຕ iPad ລຸ້ນຕໍ່ໄປ. ແລະໃນງານວັນທີ 2 ມີນາ ທີ່ຈະຮອດນີ້ Apple ໃຫ້ຄອນເຊັບງານນີ້ວ່າ “Come See What 2011 Will Be The Year Of” ເຊິ່ງນັ້ນຊື່ໃຫ້ຮູ້ວ່າ Apple ກຳລັງຈະບອກວ່າ ປີ 2011 ເປັນປີແຫ່ງ ແທັບເລັດ ນອກນັ້ນໃນບັດເຊີນກໍ່ມີພຽງຄຳເຊີນດັ່ງລຸ່ມນີ້:

Please join us for an invitation-only event at the Yerba Buena Center for the Arts Theater in San Francisco on March 2 at 10:00 a.m. Registration begins at 9:00 a.m. Please arrive early. RSVP to [email protected].

ນອກຈາກນີ້ກໍ່ບໍ່ມີລະອຽດໃດໆ ຕາມສະໄຕຼຂອງ Apple ເຊິ່ງເຮົາອາດຈະໄດ້ຮູ້ກັນວ່າມັນຈະເປັນແນວໃດ ແລ້ວຫລັງຈາກຈົບງານນັ້ນ ທາງເວັບກໍ່ຈະຮີບສະຫລຸບ ແລະ ນຳມາອັບເດດໃຫ້ຮູ້ກັນ. ຫລື ສາມາດຕິດຕາມຜ່ານທາງ Twitter ຂອງຂ້າພະເຈົ້າກໍ່ໄດ້ ທີ່ @souliyo

ທີ່ມາ – Mashable

ລອງອ່ານກ່ຽວກັບ  ກົມພາສີອາກອນລາວ ຈະໃຊ້ເຄືອຂ່າຍອີນເຕີເນັດ ເກັບຂໍ້ມູນ ສີນຄ້າ ເຂົ້າ-ອອກ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.