ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ທິບນ້ອຍໆ ໃນການປ່ຽນຕົວອັກສອນ ຂອງ Drive ເຊັ່ນ D ໄປເປັນ E

How To...

ພໍ່ດີມີຄົນຖາມ ແລະກໍ່ເຄີຍເຮັດມາກ່ອນ ສຳພັດລືມ ເລີມມາຂຽນແນະນຳ ແລະ ກໍ່ເພຶ່ອກັນລືມ. ສຳລັບຄົນທີ່ຢາກປ່ຽນຊື່ຊ່ອງເກັບຂໍ້ມູນ ເຊິ່ງບາງຄົນອາດຈະເປັນ D ບາງຄົນອາດຈະເປັນ E ບາງຄົນອາດຈະເປັນ F ເຊິ່ງຢາກປ່ຽນເປັນຕົວອື່ນທີ່ເຮົາຕ້ອງການ ໄດ້ຕັ້ງແຕ່ A ເຖິງ Z.

ວິທີການເຮັດກໍ່ງ່າຍໆ ເຂົ້າໄປຄິກຂວາໃສ່ My Computer >>ແລ້ວກໍ່ເລືອກເອົາ Manage >>ຫລັງຈາກນັ້ນຫນ້າຕ່າງຂອງ Windows Management ກໍ່ຈະປາກົດຂຶ້ນມາ. ຫລັງຈາກນັ້ນໃຫ້ໄປຄິກໃສ່ Storage ທີ່ລາຍການດ້ານຊ້າຍມື ແລ້ວໃຫ້ສັງເກດໄປຍັງ Disk Management ຂຶ້ນມາທາງດ້ານຂວາ​ ແລ້ວກໍ່ດັບເບິນຄິກເຂົ້າໄປທີ່ Disk Management ສັງເກດໄດ້ຕາມຮູບ.

ພໍເຂົ້າໄປກໍ່ຈະເຫັນປະກົດຈຳນວນ ຊ່ອງ Partition ທີ່ເຮົາມີຢູ່ ຫລັງຈາກນັ້ນກໍ່ເລືອກເອົາ ຊ່ອງທີ່ເຮົາຢາກປ່ຽນນັ້ນ ແລ້ວກໍ່ຄິກຂວາໃສ່ ແລ້ວກໍ່ເລືອກເອົາ Change Drive letter and Paths… ຫລັງຈາກນັ້ນກໍ່ຈະມີຫນ້າຕ່າງນ້ອຍໆຂຶ້ນມາ ແລ້ວກໍ່ໃຫ້ກົດ Change ແລ້ວກໍ່ເລືອກຊ່ອງທີ່ເຮົາຕ້ອງການຈະໃສ່ ອາດຈະໃສ່ເປັນ Z ກໍ່ໄດ້ ແລ້ວແຕ່ຕ້ອງການ.

ລອງອ່ານກ່ຽວກັບ  ແນະນຳວິທີການກັບໄປໃຊ້ Facebook Chat ຫນ້າຕາເກົ່າ ສຳລັບ Chrome

Souliyo

Co-Founder and CTO of BIZGITAL and LOCA

Comments

Leave a Reply to Tonglihei Phansana Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.