ເລື່ອງລາວຂອງ TECH, STARTUP, ແລະ DIGITAL

CCleaner ໂປຼແກຼມທຳຄວາມສະອາດ ແລະ ເພີມປະສິທິພາບໃຫ້ຄອມພິວເຕີ

FREE WARE

ສຳລັບຜູ້ໃຊ້ຄອມພິວເຕີທີ່ມັກເຈີບັນຫາລັກສະນະທີ່ ໃຊ້ງານໄປຫລາຍມື້ຫລາຍເດືອນໄປແລ້ວ ຄອມເລີ່ມອືດ ເລີ່ມຊ້າລົງ ແຕ່ບໍ່ຮູ້ວິທີແກ້ໄຂ ແລະກໍ່ຄິດວ່ານັ້ນອາດຈະເປັນເພາະໄວຣັສ ແລ້ວກໍ່ຕັດສິນໃຈນຳໄປໃຫ້ຮ້ານເພຶ່ອທຳການລົງວິນໂດ່ວໃຫມ່ ຫລື ຊ່ວຍຈັດການກັບບັນຫາດັ່ງກ່າວ ເຊິ່ງນັ້ນກໍ່ອາດຈະເຮັດໃຫ້ເສຍເງິນໄປບໍ່ຫນ້ອຍກໍ່ຫລາຍ. ສະນັ້ນມື້ນີ້ທາງເວັບກໍ່ເລີຍນຳເອົາໂປຼແກຼມ ທີ່ສາມາດທຳຄວາມສະອາດໃຫ້ກັບຄອມພິວເຕີຂອງທ່ານ ຊື່ວ່າ CCleaner.

CCleaner ເປັນໂປຼແກຼມທຳຄວາມສະອາດຄອມພິວເຕີ່ (ພາຍໃນລະບົບເດີ່) ເຊິ່ງຈະກຳຈັດພວກໄຟລ໌ທີ່ບໍ່ໄດ້ໃຊ້ງານ ຫລືໄຟລ໌ທີ່ບໍ່ຈຳເປັນເຊັ່ນ: log files, Temporary files, Cache ແລະ History ຂອງໂປຼແກຼມທ່ອງເວັບ ລວມໄປເຖິງໄຟລ໌ໂປຼແກຼມທີ່ຖືກຖອນອອກໄປແລ້ວ ແຕ່ອອກໄປບໍ່ຫມົດໃຫ້ອອກໄປຈາກຄອມຂອງທ່ານໄດ້ອີກດ້ວຍ, ເພຶ່ອຈະໃຫ້ພື້ນທີ່ຈັດເກັບຂອງຜູ້ໃຊ້ບໍ່ເສຍຖິ້ມໄປກັບໄຟລ໌ພວກນັ້ນ ແລະກໍ່ຍັງເຮັດໃຫ້ຄອມຂອງຜູ້ໃຊ້ໄວຂຶ້ນຈາກເດີ່ມຫລາຍເທົ່າ.

ນອກຈາກໄຟລ໌ໃນລະບົບແລ້ວ ມັນຍັງສາມາດປິດໂປຼແກຼມ Start up ທີ່ຜູ້ໃຊ້ບໍ່ຕ້ອງການໃຫ້ມັນເປີດຂຶ້ນມາໃນເວລາເປີດເຄື່ອງ ເພາະຈະເຮັດໃຫ້ຄອມຂອງຜູ້ໃຊ້ຊ້າໃນຂະນະເປີດເຄື່ອງ ໄດ້ອີກດ້ວຍ ໂດຍການໄປທີ່ Tool >>Start up ແລ້ວກໍ່ເລືອກໂປຼແກຼມທີ່ຕ້ອງການປິດໃນຂະນະເປີດເຄື່ອງໄດ້ເລີຍ. ຄວາມສາມາດອີກຢ່າງຫນຶ່ງທີ່ຢາກເວົ້າເຖິງກໍ່ຄື Uninstall ເປັນຄວາມສາມາດຫນຶ່ງ ທີ່ຜູ້ໃຊ້ສາມາດສັ່ງຖອນໂປຼແກຼມທີ່ຕ້ອງການຢາກຖອນໄດ້ໂດຍຜ່ານ CCleaner ໄດ້ທັນທີ ໂດຍເຂົ້າໄປທີ່ Tool>> Uninstall ແລ້ວກໍ່ເລືອກໂປຼແກຼມທີ່ຕ້ອງການຈະຖອນໄດ້ເລີຍ.

ດາວໂຫລດ – http://www.filehippo.com/download_ccleaner

ລອງອ່ານກ່ຽວກັບ  Pulse ຊ່ອງທາງໃຫມ່ໃນການຕິດຕາມ SOULIYO.COM ທັ້ງ iOS ແລະ Android

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.