ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ອັບເກຼດແລ້ວ MacBook Pro ພ້ອມກັບ Sandy Bridge ແລະ ກ້ອງ HD…

ຂ່າວໄອທີ

ຫລັງຈາກຂ່າວລືອອກມາວ່າ Apple ຈະເລີ່ມວາງຂາຍ MacBook Pro ລຸ້ນອັບເກຼດໃຫມ່ ໃນວັນພະຫັດນີ້ (ຕາມເວລາໃນອາເມລິກາ) ລ່າສຸດ Apple ກໍ່ໄດ້ອັບເກດ ຕາມທີ່ເປັນຂ່າວອອກມາ ແລະ ກໍ່ເພຶ່ອສະຫລອງວັນຄ້າຍວັນເກີດ ຂອງປະທານບໍລິສັດ ຫລື CEO Steve jobs ນັ້ນເອງ.

ສຳລັບ MacBook Pro ລຸ້ນອັບເກດໃຫມ່ນີ້ກໍ່ມີທັງຫມົດສາມຂະຫນາດ ຄື: 13, 15, ແລະ 17ນິ້ວ ເຊິ່ງໃຊ້ CPU ລຸ້ນລ່າສຸດຈາກ Intel ຄື ຕະກຸນທີ່ເປັນ Sandy Bridge ເລີ່ມຕົ້ນທີ່ Core i5 ມີສອງຄວາມໄວຄື 2.3GHz ແລະ 2.7GHz ສ່ວນ Core i7 ມີ 2.0GHz ແລະ 2.2GHz ພ້ອມນັ້ນໃນລຸ້ນ 15ນິ້ວ ແລະ 17ນິ້ວຍັງມາກັບກາດຈໍ ຂອງທາງ AMD Radeon HD 6490M ຄວາມໄວ 256MB GDDR5 ແລະ AMD Radeon HD 6750M ຄວາມໄວ 1GB GDDR5.

ນອກນັ້ນ MacBook Pro ລຸ້ນອັບເກດໃຫມ່ ຍັງມາກັບພອດເຊື່ອມຕໍ່ຄວາມໄວສູງ ຫລື ເອີ້ນວ່າ Thunderbolt ເຊິ່ງ Thunderbolt ນັ້ນເປັນເທັກໂນໂລຢີໃຫມ່ ທີ່ພັດທະນາຂຶ້ນໂດຍ Intel. ເຊິ່ງ Thunderbolt ຈະໃຫ້ທ່ານສາມາດເຊື່ອມຕໍ່, Stream ວິດີໂອ ຂະຫນາດໃຫຍ່ໆ, ຕັດຕໍ່, ແກ້ໄຂວິດີໂອໄດ້ຈາກ ອຸປະກອນເກັບຂໍ້ມູນຂະຫນາດໃຫຍ່ ແລະ ຄວາມໄວສູງໄດ້ໄວ ແລະ ສະດວກສະບາຍດ້ວຍພອດຂະຫນາດນ້ອຍ, ແຖມຍັງມີຄວາມໄວທີ່ສູງກວ່າ USB 2.0 ເຖິງ 20ເທຶ່ອ ແລະໄວກວ່າເທັກໂນໂລຢີ firewire 800 ເຖິງ 12ເທຶ່ອ ແລະຄວາມໄວຂອງມັນກໍ່ຢູ່ທີ່ 10Gbps  10ກິກ ຕໍ່ວິນາທີກັນເລີຍ, ຖືວ່າອອກມາຫັກລຳ USB 3.0 ກັນເລີຍກໍ່ວ່າໄດ້. (ອຸປະກອນການເກັບຂໍ້ມູນທີ່ໃຊ້ເທັກໂນໂລຢີ Thunderbolt ຈະເລີ່ມວາງຂາຍໃນໄວໆ ຈາກຫລາຍໆຜູ້ຜະລິດ)

ທັ້ງນີ້ Apple ຍັງໃຊ້ກ້ອງເປັນກ້ອງ HD ແບບ 720p ສຳລັບ MacBook Pro ລຸ້ນອັບເກດໃຫມ່, ເພຶ່ອໃຊ້ງານໂທແບບເຫັນຫນ້າ ຫລື ທີ່ຮູ້ຈັກກັນດີໃນນາມວ່າ FaceTime ເຊິ່ງ ນັ້ນຫມາຍຄວາມວ່າ Facetime ນັ້ນຮອງຮັບ Video Call ແບບລະອຽດເຖິງລະດັບ HD ແລ້ວ. (FaceTime ສຳລັບ Mac ບໍ່ໄດ້ແຈກຟຼີອີກຕໍ່ໄປ)

ໃນ MacBook Pro ລຸ້ນອັບເກດໃຫມ່ ມາພ້ອມກັນສາມຂະຫນາດ ຄື: 13, 15 ແລະ 17ນິ້ວ ແລະແບ່ງອອກເປັນ 5ລຸ້ນດ້ວຍກັນ ເຊິ່ງຂະຫນາດ 13ນິ້ວແບ່ງອອກເປັນສອງລຸ້ນ, 15ນິ້ວ ແບ່ງອອກເປັນ 2ລຸ້ນ ແລະ ລຸ້ນ 17ນິ້ວມີພຽງລຸ້ນດຽວ. ແຕ່ລະລຸ້ນມີລາຍລະອຽດັ່ງລຸ່ມນີ້.

  • MacBook Pro ຂະຫນາດ 13ນິ້ວ (ສອງລຸ້ນ)

ລຸ້ນທຳອິດ:

  • CPU Intel Core i5 ຄວາມໄວ 2.3GHZ
  • ໃຊ້ Ram ຂະຫນາດ 4GB
  • ຮາດດິສ 320 GB
  • Intel HD Graphics 3000
  • ບໍ່ມີກາດຈໍ AMD
  • ແບັດເຕີລີ່ໃຊ້ງານຕໍ່ເນື່ອງໄດ້ 7ຊົວໂມງ.
  • ລາຄາ: $1,199

ລຸ້ນທີສອງ:

  • CPU Intel Core i7 ຄວາມໄວ 2.7GHZ
  • ໃຊ້ Ram ຂະຫນາດ 4GB
  • ຮາດດິສ 500 GB
  • Intel HD Graphics 3000
  • ບໍ່ມີກາດຈໍ AMD
  • ແບັດເຕີລີ່ໃຊ້ງານຕໍ່ເນື່ອງໄດ້ 7ຊົວໂມງ.
  • ລາຄາ: $1,499

ແຕ່ລະລຸ້ນສາມາດເລືອກອັບເກຼດຮາດດິດຫລາຍຂຶ້ນໄດ້ເຊັ່ນ: 500GB ແລະ 750GB ນອກນັ້ນຍັງມີຮາດດິດແບບ SSD ໃຫ້ເລືອກໃຊ້ໂດຍມີຂະຫນາດຕັ້ງແຕ່ 128GB, 256GB, ແລະ 512GB.

  • MacBook pro ຂະຫນາດ 15ນິ້ວ (ສອງລຸ້ນ)

ລຸ້ນທີ່ຫນຶ່ງ:

  • CPU Intel Core i7 ຄວາມໄວ 2.0 GHz.
  • Ram ຂະຫນາດ 4GB.
  • ຮາດດິດ ຂະຫນາດ 500GB.
  • Intel HD Graphics 3000.
  • ກາດຈໍ AMD Radeon HD 6490M ຂະຫນາດ 256MB GDDR5.
  • ແບັດເຕີລີ່ໃຊ້ງານຕໍ່ເນື່ອງໄດ້ 7ຊົ່ວໂມງ.
  • ລາຄາ: $1,799
ລອງອ່ານກ່ຽວກັບ  ARCHOS G9 - Honeycomb (Android 3.1) ແທັບເລັດ ລາຄາປະຢັດ

ລຸ້ນທີ່ສອງ:

  • CPU Intel Core i7 ຄວາມໄວ 2.2 GHz.
  • Ram ຂະຫນາດ 4GB.
  • ຮາດດິດ ຂະຫນາດ 750GB.
  • Intel HD Graphics 3000.
  • ກາດຈໍ AMD Radeon HD 6490M ຂະຫນາດ 1GB GDDR5.
  • ແບັດເຕີລີ່ໃຊ້ງານຕໍ່ເນື່ອງໄດ້ 7ຊົ່ວໂມງ.
  • ລາຄາ: $2,199

ແຕ່ລະລຸ້ນສາມາດເລືອກໃຊ້ຮາດດິດ ແບບ SSD ໄດ້ໂດຍມີສາມຂະຫນາດໃຫ້ເລືອກຄື 128GB, 256GB, ແລະ 512GB.

  • MacBook Pro ຂະຫນາດ 17ນິ້ວ

ມີລຸ້ນດຽວ:

  • CPU Intel Core i7 ຄວາມໄວ 2.2 GHz.
  • Ram ຂະຫນາດ 4GB.
  • ຮາດດິດ ຂະຫນາດ 750GB.
  • Intel HD Graphics 3000.
  • ກາດຈໍ AMD Radeon HD 6490M ຂະຫນາດ 1GB GDDR5.
  • ແບັດເຕີລີ່ໃຊ້ງານຕໍ່ເນື່ອງໄດ້ 7ຊົ່ວໂມງ.
  • ລາຄາ: $2,499

ສາມາດເລືອກໃຊ້ຮາດດິດແບບ SSD ໄດ້ ໂດຍມີສາມຂະຫນາດໃຫ້ເລືອກຄື 128GB, 256GB, ແລະ 512GB.

ລາຍລະອຽດເພີ່ມເຕີມສາມາດເຂົ້າໄປເບິ່ງໄດ້ທີ່ – http://www.apple.com/macbookpro


Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.