ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ມາແລ້ວ Angry Birds ເວີຊັ່ນ Valentine ສຳລັບ ລະດູການແຫ່ງຄວາມຮັກ

ຂ່າວດ່ວນ, ຂ່າວໄອທີ

ລ່າສຸດທາງ Rovio ກໍ່ໄດ້ປ່ອຍ Angry Birds ເວີຊັ່ນ Valentine ເຂົ້າສູ່ App Store ເປັນທີ່ຮຽບຮ້ອຍແລ້ວ,​ ເຊິ່ງຫນ້າຕາຂອງ Season ນີ້ຈະເນັ້ນໄປໃນດ້ານຄວາມຮັກ ຄວາມໂລແມັນຕິກ ເພາະໃນແຕ່ລະດ່ານນັ້ນຈະເຕັມໄປດ້ວຍສີບົວ ແລະ ສົດໃສເຫມາະກັບເທດສະການ ແຫ່ງຄວາມຮັກ.

Angry Birds ເວີຊັ່ນ Valentine ນີ້ຈະເພີ່ມລະດັບດ່ານຂຶ້ນ ຈຳນວນ 15 Level ແລະປ່ຽນແປງຊາກໃຫ້ເຂົ້າກັບເທດສະການ ແຫ່ງຄວາມຮັກ ແລະອື່ນໆອີກ. ສາມາດອັບເດດ ຫລື ດາວໂຫລດໄດ້ແລ້ວ ທີ່ App Store ໃນລາຄາ $0.99 ເທົ່ານັ້ນ, ແລະ ຮອງຮັບສະເພາະ iPhone, iPad, iPod touch ທີ່ໃຊ້ງານ iOS 3 ຂຶ້ນໄປ.

ດາວໂຫລດ: http://itunes.apple.com/us/app/angry-birds-seasons/id398157641?mt=8

ທີ່ມາ: App Store

ລອງອ່ານກ່ຽວກັບ  Samsung Galaxy S II ຂາຍໄດ້ 120,000 ເຄື່ອງ ໃນເວລາ3ມື້ ທີ່ເກົາຫລີໃຕ້

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.