ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ສ້າງ Avatar ສືບສາຍພັນ Android Robot ດ້ວຍ Androidify

Android Apps, FREE WARE

(ຊົນເຜົ່າ Android ກຳລັງແຜ່ພັນ ເພຶ່ອໄປເລາະກັດກິນຫມາກ Apple)

ລ່າສຸດ​ Google ໄດ້ອອກ App ນ້ອຍໆຊື່ Adroidify ເອົາໄວ້ສຳລັບສ້າງ Avatar ຫລືຮູບປະຈຳໂຕ ສຳລັບໃຊ້ງານຕ່າງໆ ບໍ່ວ່າຈະເປັນ ຮູບປະຈຳໂຕໃນ Facebook, Twitter ແລະ ຮູບໃນເວລາໂທເຂົ້າ ເຊິ່ງອອກສຳລັບຜູ້ໃຊ້ Android ໂດຍສະເພາະ ແລະເພຶ່ອສ້າງກະແສນິຍົມໄປໃນໂຕ.

Adroidify ຈະມີຮູບແບບການແຕ່ງໂຕຫລາກຫລາຍໃຫ້ເລືອກ ແລະປັບແຕ່ງໄດ້ຕາມໃຈມັກ ແຕ່ຈະມີກົກເຄົ້າເປັນ Android Robot ທີ່ເປັນໂລໂກ້ຂອງ Android ນັ້ນເອງ  ສຳລັບຜູ້ໃຊ້ໂທລະສັບມືຖື ທີ່ໃຊ້ລະບົບປະຕິບັດການ​ ​Android ຢູ່ ແລ້ວຢາກໄດ້ໄປທົດລອງໃຊ້ແຕ່ງ Avatar ຂອງຫມູ່ ຫລື ຂອງຕົນເອງ ກໍ່ສາມາດເຂົ້າໄປດາວໂຫລດໄດ້ຟຼີທີ່ Android Market ແຕ່ຕ້ອງເປັນ​ Android 2.1 ຂຶ້ນໄປເດີ່.

ເວັບໄຊຕ໌:​ Androidify.com

ທີ່ມາ: Androidify

ລອງອ່ານກ່ຽວກັບ  ໂປຼແກຼມທໍາຄວາມສະອາດເຄື່ອງ Comodo System-Cleaner

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.