ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Android ກ້າວຂຶ້ນເປັນລະບົບປະຕິບັດການ ອັນດັບຫນຶ່ງຂອງໂລກແລ້ວ

ຂ່າວໄອທີ

ຂຶ້ນເປັນອັນດັບຫນຶ່ງໄປແລ້ວສຳລັບລະບົບປະຕິບັດການ Android ໂດຍແຊງຫນ້າແຊ້ມເກົ່າຢ່າງ ໂນເກຍໄປແບບວຸດວິດ ອ້າງອີງຂໍ້ມູນໃນໄຕມາດທີ່ສີ່ຂອງປີ 2010 ຈາກ Canalys. ຈາກລາຍງານບົ່ງໃຫ້ເຫັນວ່າ Android ມີການຂະຫຍາຍໂຕທີ່ໄວຫລາຍ ອັນເນື່ອງມາຈາກ ມີການພັກດັນຈາກ Google ແລະ ມີຫລາຍເຈົ້າເອົາໄປຜະລິດ ບໍ່ວ່າຈະເປັນ Samsung, LG, HTC, Acer ແລະ ເຈົ້າອື່ນໆອີກ.

ປະຈຸບັນ Android ມີສ່ວນແບ່ງການຕະຫລາດ ເຖິງ 32.9 % ແລະ ຍອດການສົ່ງມອບຢູ່ທີ່ 33.3ລ້ານເຄື່ອງທົ່ວໂລກ ເຊິ່ງຍອດການຂະຫຍາຍໂຕໂດຍສະເລ່ຍແມ່ນ 615.1% ເມຶ່ອທຽບກັບໄຕມາດທີສີ່ຂອງປີ 2009, ສ່ວນໂນເກຍຕົກເປັນອັນດັບສອງຮອງຈາກ Android ເຊິ່ງມີສ່ວນແບ່ງການຕະຫລາດລຸດລົງ ແລະ ແຕ່ຍອດການສົ່ງມອບເຄື່ອງນັ້ນເພີ່ມຂຶ້ນຈາກ 23.9ລ້ານເຄື່ອງໃນໄຕມາດທີສີ່ຂອງປີ 2009 ເປັນ 31ລ້ານເຄື່ອງໃນໄຕມາດທີ່ສີ່ຂອງປີ 2010 ສະເລ່ຍການຂະຫຍາຍໂຕແມ່ນຢູ່ທີ່ 30% ເທົ່ານັ້ນ.

ນອກຈາກນັ້ນ ອັນດັບສາມກໍ່ເປັນຂອງ Apple ທີ່ແຊ່ງຂຶ້ນມາກາຍ RIM ທີ່ເປັນອັນດັບສີ່ໃນປະຈຸບັນ, ແຕ່ຍອດສ່ວນແບ່ງການຕະຫລາດຂອງ Apple ລຸດລົງ 0.3% ຈາກໄຕມາດທີ່ສີ່ຂອງປີ 2009 ແຕ່ຍອດການສົ່ງມອບເຄື່ອງນັ້ນເພີ່ມຂຶ້ນຈາກ 8.7ລ້ານເຄື່ອງ ເປັນ 16.2ລ້ານເຄື່ອງ ໃນໄຕມາດທີ່ສີ່ຂອງປີ 2010. ສ່ວນ RIM ນັ້ນກໍ່ມີຍອດການສົ່ງມອບເຄື່ອງທີ່ສູງຂຶ້ນ ແຕ່ຍອດສ່ວນແບ່ງການຕະຫລາດລຸດລົງພໍສົມຄວນ ຈາກເດີມໃນໄຕມາດທີ່ສີ່ປີ 2009 ມີສ່ວນແບ່ງການຕະຫລາດທີ່ 20% ແຕ່ມາເຖິງໄຕມາດທີສີ່ຂອງປີ 2010​ ກັບເຫລຶອພຽງ 14.4 % ເທົ່ານັ້ນ. ຢ່າງໃດກໍ່ຕາມອັນດັບທີ່ຫ້ານັ້ນຕົກເປັນຂອງ Microsoft ທີ່ມີສ່ວນແບ່ງການຕະຫລາດຫນ້ອຍ ແລະ ລຸດລົງຈາກເດີ່ມ ສະເລ່ຍແລ້ວປະມານ -20%.

ຖືວ່າເປັນລະບົບປະຕິບັດການທີ່ມາແຮງຫລາຍສຳລັບ Android, ຈາກການສັງເກດຂອງຜູ້ຂຽນແລ້ວທາງ Nokia ຄວນຈະປ່ຽນເກມເພາະປະຈຸບັນ ຄວາມຕ້ອງການຂອງຜູ້ໃຊ້ປ່ຽນໄປຫລາຍ ແລະ MS ອາດກັບມາມີສ່ວນແບ່ງຕະຫລາດທີ່ຫລາຍຂຶ້ນຈາກການປ່ຽນລຸກໃຫມ່ໂດຍອອກ Windows Phone 7 ແລະກໍ່ຕິດຕາມຕໍ່ໄປວ່າ ໃນປີ 2011 ໃຜຈະມີສ່ວນແບ່ງທີ່ຫລາຍຂຶ້ນ ຫລື ປະສົບຄວາມສຳເລັດຂຶ້ນ.

ທີ່ມາ: Readwriteweb

ລອງອ່ານກ່ຽວກັບ  ໄມໂຄຊອຟົທ໌ເຊົາຜະລິດສະມາດໂຟນ Kin ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.