ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຂ່າວລື Samsung Galaxy S 2 ແລະ Galaxy Tab 2 ກຳລັງຈະມາ

ຂ່າວໄອທີ

ລ່າສຸດມີລາຍງານຂ່າວອອກມາກ່ຽວກັບ Samsung Galaxy S 2 ຫລື Galaxy S ລຸ້ນຕໍ່ໄປ ວ່າໄດ້ຖືກໂພສລົງເວັບໄຊຕ໌ແຫ່ງຫນຶ່ງໃນເກົາຫລີ ເຊິ່ງໄດ້ເປີດເຜີຍຂໍ້ມູນຕ່າງໆຫລາຍຢ່າງກ່ຽວກັບ Galaxy S 2. ພ້ອມນັ້ນຍັງເຮັດໃຫ້ນຳໄປຊູ່ການຄາດການ Samsung ຈະອອກ Galaxy Tab ລຸ້ນຕໍ່ໄປ ທີ່ມີຂະຫນາດ ​10.1ນິ້ວ ແລະຈະມາກັບ Android 3.0 ອີກດ້ວຍ.

ຕາມລາຍງານບອກວ່າ Galaxy S 2 ຈະມາກັບຫນ້າຈໍຂະຫນາດ 4.3ນິ້ວ, ຄວາມລະອຽດ 800 x 480 ເປັນ Super AMOLED Plus, ໃຊ້ຫນ່ວຍປະມວນຜົນ 1GHz dual-core ອາດຈະເປັນ Orion / Exynos, ມີ NFC, Bluetooth 3.0, ແລະ ຮອງຮັບການເຊື່ອມໄຮ້ສາຍແບບ WiFi 802.11 a/b/g/n ແລະ HSPA+ ຄວາມໄວ 24Mbps ທີ່ສຳຄັນຈະມາພ້ອມກັບ Android 2.3 Gingerbread ແລະ ມີການປັບປຸງ UI ໃຫມ່.

ສຳລັບ Galaxy Tab 2 ກໍ່ມີການຄາດການວ່າ Samsung ກຳລັງຈະອອກ Samsung Galaxy Tab 2 ທີ່ຈະມາກັບຫນ້າຈໍທີ່ໃຫຍ່ຂຶ້ນຈາກເດີມ ເຊິ່ງຈະມີຂະຫນາດ 10.1ນິ້ວ ແລະ ຈະມາກັບລະບົບປະຕິບັດການ Android 3.0 Honeycomb ພ້ອມກັບຫນ່ວຍຄວາມຈຳສາມຂະຫນາດ 16GB / 32GB / 64GB ແລະ ຍັງບໍ່ມີຂໍ້ມູນຫຍັງຫລາຍນອກຈາກນີ້ ແຕ່ ແນ່ນອນ ຫນ່ວຍປະມວນຜົນຕ້ອງເປັນ 1GHz ຫລື ອາດຈະຫລາຍກວ່າ.

ຢ່າງໃດກໍ່ດີ ຕາມລາຍງານຍັງບອກອີກວ່າ Samsung ກຳລັງພັດທະນາຫນ້າຈໍ WVGA ຂະຫນາດ 4ນິ້ວ ທີ່ຮອງຮັບການສະແດງຜົນແບບ 3ມິຕິ, ເພຶ່ອອອກມາຕໍ່ກອນກັບ LG Optimus 3D. ສຳລັບ Samsung Galaxy S 2 ແລະ Galaxy Tab 2 ອາດຈະເປີດໂຕໃນງານ Mobile World Congress 2011 ທີ່ຈະຈັດຂຶ້ນໃນວັນທີ່ 14-17 ກຸມພານີ້.

ທີ່ມາ: Engadget

ລອງອ່ານກ່ຽວກັບ  Linus Torvalds ອອກ Linux Kernel ເວີຊັ່ນ 3 ສະຫລອງຄົບຮອບ 20ປີ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.