ເລື່ອງລາວຂອງ TECH, STARTUP, ແລະ DIGITAL

1 Password ໂປແກຼມຈັດການ ແລະ ຊ່ວຍຈື່ຈຳ ລະຫັດລັບຂອງທ່ານ

FREE WARE

ປະຈຸບັນປະຕິເສດບໍ່ໄດ້ວ່າ ຫລາຍຄົນມີບັນຊີອີເມວ, ແລະ ບັນຊີອື່ນໆ ອາດຈະລວມໄປເຖິງການເຮັດທຸລະກຳອອນໄລນ໌ ທີ່ກ່ຽວກັບເງິນໆທອງໆ ກໍ່ຕ້ອງການຄວາມປອດໄພໃຫ້ກັບບັນຊີຂອງຕົນເອງ ເຊິ່ງບັນຫາດັ່ງກ່າວຄົນສ່ວນໃຫຍ່ກໍ່ ເລືອກທີ່ຈະຕັ້ງລະຫັດຜ່ານໃຫ້ຍາວໆ ແລະ ແຕກຕ່າງກັນໄປແຕ່ລະບັນຊີ ເພຶ່ອໃຫ້ຍາກຕໍ່ການເດົາ ແລະ ການສຸມ. ທັ້ງນີ້ຜົນກະທົບຈາກວິທີດັ່ງກ່າວກໍ່ຄືຜູ້ໃຊ້ອາດຈະລືມ ເນື່ອງຈາກບໍ່ໄດ້ໃຊ້ດົນ ຫລື ໃຫ້ Webbrowser ເປັນໂຕຊ່ວຍຈື່ ພໍຫລັງຈາກລົງວິນໂດ່ວ ຫລື ລ້າງຂໍ້ມູນ ຫລື ໃຊ້ຄອມເຄື່ອງໃຫມ່ ກໍ່ອາດຈະເຮັດໃຫ້ລືມລະຫັດດັ່ງກ່າວໄດ້.

ປະຈຸບັນມີນັກພັດທະນາໂປຼແກຼມອອກມາພັດທະນາໂປຼແກຼມທີ່ຊື່ວ່າ 1 Password ເຊິ່ງຈະຊ່ວຍຈົດຈຳ ແລະ ຈັດການກັບລະຫັດຜ່ານຂອງທ່ານໃຫ້ໃຊ້ງານໄດ້ຢ່າງສະດວກ ພຽງແຕ່ທ່ານຈື່ Master Password ຫລື ລະຫັດເຂົ້າ 1 Password ຂອງທ່ານຢ່າງດຽວເທົ່ານັ້ນ ທ່ານກໍ່ຈະສາມາດລັອກອິນເຂົ້າໄດ້ທຸກບັນຊີ ທີ່ທ່ານຕ້ອງການໂດຍລະຫັດດຽວ ເພາະຕົວໂປຼແກຼມຈະມີການໃສ່ລະຫັດຄວາມປອດໄພໄວ້ໃນການໃຊ້ງານແຕ່ລະຄັ້ງ. ນອກຈາກ 1 Password ຈະຈັດເກັບລະຫັດຜ່ານແລ້ວ ມັນຍັງສາມາດຈັດເກັບ ຊື່, ທີ່ຢູ່ ແລະອື່ນໆສຳລັບໄວ້ຕື່ມລົງໃນຟອມຕ່າງໆ ແບບບໍ່ຕ້ອງກັບມາຕື່ມໃຫມ່ໃຫ້ເສຍເວລາ.

ວິທີການໃຊ້ງານກໍ່ງ່າຍໆ ສົມຫມຸດທ່ານໄດ້ຈັດເກັບບັນຊີ Facebook ຂອງທ່ານໄວ້ໃນ 1 Password ແລ້ວ ເວລາເຂົ້າໄປທີ່ເວັບໄຊຕ໌ ທ່ານກໍ່ພຽງແຕ່ຄິກທີ່ປຸ່ມ 1P ທີ່ຈະຕິດໃນເວັບບຼາວເຊີຂອງທ່ານ ແລ້ວກໍ່ໃສ່ລະຫັດຫລັກ ຫລື Master Password ລົງໄປ ເທົ່ານີ້ ທ່ານກໍ່ຈະສາມາດລັອກອິນເຂົ້າໄດ້ທັນທີ ປອດໄພຈາກພວກ Key Logger ໃນກໍລະນີທີ່ຄອມທ່ານຕິດມັນເຂົ້າໄປ. ນອກຈາກນັ້ນ ໃນກໍລະນີເວັບໄຊຕ໌ໃຫມ່ໆ ຫລື ການລັອກອິນບັນຊີໃຫມ່ໆ ທີ່ຍັງບໍ່ໄດ້ບັນທຶກໃນ 1 Password ມາກ່ອນ ມັນກໍ່ຈະຂຶ້ນມາແຈ້ງເຕືອນວ່າ ຕ້ອງການຈັດເກັບບັນຊີດັ່ງກ່າວໄວ້ໃນ 1 Password ຫລືບໍ່ ອີກດ້ວຍ. ນອກຈາກຟີເຈຼີ່ທີ່ເວົ້່າມາແລ້ວ ຍັງມີອີກຫລາຍໆຟີເຈີເຊັ່ນ: ການ Generate Password, ບັນທຶກເລກບັດເຄດິດ ແລະ ເດບິດ ສຳລັບຄົນທີ່ຕ້ອງໃຊ້ເປັນປະຈຳ, ສາມາດສຳຮອງຂໍ້ມູນ ເພຶ່ອຍ້າຍໄປຍັງເຄື່ອງອື່ນໄດ້(ໃນກໍລະນີປ່ຽນເຄື່ອງ), ສາມາດໃຊ້ງານກັບໂປຼແກຼມທີ່ຕັ້ງລະຫັດໄວ້ ໄດ້ອີກດ້ວຍ ແລະອື່ນໆອີກ. ແຕ່ສຳລັບ 1 Password ນີ້ຈະເປັນໂປຼແກຼມທີ່ເສຍເງິນ ແຕ່ສຳລັບໃຜທີ່ຕ້ອງການ ການຈື່ຈຳຊ່ວຍບໍ່ເກີນ 20ບັນຊີ ກໍ່ສາມາດດາວໂຫລດເວີຊັ່ນທົດລອງມາໃຊ້ໄດ້ບໍ່ຈຳກັດເວລາ ແຕ່ຈະຈຳກັດຄວາມຈຸຢູ່ທີ່ 20ບັນຊີ. ຮອງຮັບຫລາຍແພັດຟອມ໌ເຊັ່ນ: Windows, Mac, iOS ແລະ Android.

ດາວໂຫລດ – http://agilewebsolutions.com/downloads

ລອງອ່ານກ່ຽວກັບ  ແອນດຼອຍຂ້ອຍເສຍ, Android Lost ຊ່ວຍຂ້ອຍຊອກຫານ້ອງດຼອຍຂ້ອຍແດ່

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.