ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Top 5 ຜູ້ຜະລິດໂທລະສັບມືຖື ອັນດັບໂລກ, Apple ຕິດອັນດັບ 5

ຂ່າວໄອທີ

ລ່າສຸດມີລາຍງານຈາກ IDC WorldWide Mobile Phone Tracker ກ່ຽວກັບການຈັດອັນດັບຜູ້ຜະລິດ ແລະ ວາງຂາຍໂທລະສັບໃນທົວໂລກ ເຊິ່ງໄດ້ທຽບການເຕີບໂຕລະຫວ່າງປີ 2009 ແລະ 2010 ທີ່ຜ່ານມາ. ເຊິ່ງໄດ້ 5 ອັນດັບ ແລະ ລາຍລະອຽດມີດັ່ງນີ້:

ອັນດັບຫນຶ່ງຍັງຕົກເປັນຂອງ Nokia  ທີ່ຍອດວາງຈຳຫນ່າຍຢູ່ທີ່ 453ລ້ານເຄື່ອງ ໃນປີ 2010 ເມຶ່ອທຽບກັບປີ 2009 ແມ່ນຂະຫຍາຍໂຕຂຶ້ນມາ 4.9%, ອັນດັບສອງແມ່ນ Samsung ທີ່ຍອດການວາງຈຳຫນ່າຍຢູ່ທີ່ 280.2 ລ້ານເຄື່ອງ ໃນປີ 2010 ແລະເມຶ່ອທຽບກັບປີ 2009 ແມ່ນຂະຫຍາຍໂຕຂຶ້ນມາ 23.3%, ອັນດັບສາມເປັນຂອງ LG ທີ່ຍອດການວາງຈຳຫນ່າຍລຸດລົງ ຈາກໃນປີ 2009 ມີຍອດວາງຈຳຫນ່າຍ 117.9ລ້ານເຄື່ອງ ລຸດລົງ 1% ເຫລືອ 116.7 ລ້ານເຄື່ອງ ໃນປີ 2010, ອັນດັບສີ່ເປັນຂອງ ZTE (Zhong Xing Telecommunication Equipment) ຈາກຈີນ ທີ່ມີຍອດວາງຈຳຫນ່າຍໃນປີ 2010 ຢູ່ທີ່ 51.8ລ້ານເຄື່ອງ ຂະຫຍາຍໂຕຈາກເດີມເຖິງ 94% ເມຶ່ອທຽບກັບປີ 2009 ທີ່ມີຍອດຢູ່ທີ່ 26.7ລ້ານເຄື່ອງ, ອັນດັບທີ່ຫ້າຕົກເປັນຂອງ Apple ເຊິ່ງມີຍອດວາງຈຳຫນ່າຍ 47.5ລ້ານເຄື່ອງ ຂະຫຍາຍໂຕຂຶ້ນຈາກປີ 2009 ເຖິງ 89%.

ຢ່າງໃດກໍ່ຕາມ ບໍ່ມີ RIM ຕິດຢູ່ໃນລາຍຊື່ 5ອັນດັບດັ່ງກ່າວ ແຕ່ທາງ RIM ກໍ່ຂະຫຍາຍໂຕຂຶ້ນເຖິງ 35% ແຕ່ຍອດການວາງຈຳຫນ່າຍຍັງບໍ່ພໍທີ່ຈະເຮັດໃຫ້ຕິດ ຫນຶ່ງໃນຫ້າໄດ້.

ທີ່ມາ: IDC

ລອງອ່ານກ່ຽວກັບ  Samsung Galaxy Tab ຕົວຈິງມາແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.