ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Tim Cook ບອກ: ບໍ່ວັ່ນແທັບເລັດຕະກູນ Android ແລະ Windows

ຂ່າວໄອທີ

Tim Cook no concerns Android & Windows Tablet

ລ່າສຸດມີລາຍງານຈາກ Techcrunch ກ່ຽວກັບຂໍ້ມູນການສຳພາດ ກ່ຽວກັບຍອດຂາຍຂອງ iPad ທີ່ເພີ່ມຂຶ້ນ ເຖິງ 75% ໃນເດືອນທັນວາທີ່ຜ່ານມາ ເຊິ່ງກໍ່ໄດ້ມີການຖາມ Tim Cook ກ່ຽວກັບແທັບເລັດຂອງຄູ່ແຂ່ງ ເຊິ່ງກໍ່ໄດ້ຄຳຕອບວ່າ ບໍ່ວັ່ນ ໃນຄູ່ແຂ່ງເປັນຕົ້ນແມ່ນ ແທັບເລັດຕະກຸນ Android  ເຊິ່ງ Tim Cook ໄດ້ໃຫ້ເຫດຜົນວ່າ: “ແທັບເລັດຂອງ Android ນັ້ນແປກ ແລະລະບົບປະຕິດບັດການ Android ກໍ່ບໍ່ໄດ້ເຮັດອອກມາເພຶ່ອອຸປະກອນແທັບເລັດ ມັນເປັນພຽງສະມາດໂຟນທີ່ຂະຫຍາຍຂະຫນາດ ຫລາ້ໆ ສະນັ້ນຈຶງບໍ່ວັນໃນຈຸດນີ້. ສ່ວນແທັບເລັດໃນຕະກຸນ Windows ກໍ່ບໍ່ວັນເຊັ່ນກັນ ເນື່ອງຈາກແທັບເລັດຕະກຸນວິນໂດຍ ຍັງມີນ້ຳຫນັກທີ່ຫນັກຫລາຍ ແລະ ລາຄາແພງ ແຖມໄລຍະເວລາການໃຊ້ງານຍັງບໍ່ໄດ້ດົນ (ຕົ້ນສະບັບໃສ່ວ່າ weak battery life)”

ສຳລັບທີ່ Tim Cook ເວົ້າມານັ້ນກໍ່ຖືກ ແລະ ກໍ່ເປັນເຫດຜົນຫລັກໆທີ່ຄົນຫັນໄປເລືອກແທັບເລັດທາງຟັ່ງ Apple ຫລື iPad. ແຕ່ໃນລະບົບປະຕິບັດການ Android 3.0 ທີ່ກຳລັງຈະອອກມາ ເພຶ່ອອຸປະກອນແທັບເລັດນີ້ ອາດຈະເຮັດໃຫ້ຜູ້ໃຊ້ຈຳນວນຫລາຍ ປ່ຽນໃຈຈາກ iPad ໄປເປັນ Android ກໍ່ວ່າໄດ້. ສ່ວນປີ 2011 ນີ້ ເປັນປີ່ທີ່ອຸປະກອນແທັບເລັດຮ້ອນແຮງຫລາຍ ກໍ່ຕ້ອງຕິດຕາມກັນຕໍ່ໄປ ວ່າ ແທັບເລັດ Android 3.0 ຈະສາມາດອອກມາ ຍາດສ່ວນແບ່ງຕະຫລາດຂອງ iPad ໄດ້ຫລາຍສ່ຳໃດ.

ທີ່ມາ: Techcrunch

ລອງອ່ານກ່ຽວກັບ  ຟຼີ 3 ແອັບແປພາສາ (ພົດຈະນານຸກົມ) ສໍາລັບ Android ທີ່ຕ້ອງໂຫຼດໄວ້ຕິດເຄື່ອງ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.