ເລື່ອງລາວຂອງ TECH, STARTUP, ແລະ DIGITAL

SONY PSP 2 (NGP) ລຸ້ນຕໍ່ໄປ ມາພ້ອມກັບ ກ້ອງຖ່າຍຮູບ ແລະ 3G

ຂ່າວໄອທີ

ລ່າສຸດໃນງານ Sony’s Tokyo event ທີ່ຈັດຂຶ້ນມື້ວານນີ້ ທາງ Sony ໄດ້ເປີດໂຕ PSP ລຸ້ນໃຫມ່ ຄື PSP 2 CodeName ແມ່ນ NGP ເຊິ່ງປ່ຽນໂສມວົງການເກມພົກພາ ເລີຍກໍ່ວ່າໄດ້ ເພາະວ່າມີການປ່ຽນແປງ ແລະ ເພີ່ມຄວາມສາມາດທີ່ທັນສະໄຫມຈາກ ລຸ້ນລ່າສຸດຫລາຍ ແລະ ຍັງມາກັບ ຈໍສຳພັດ, ກ້ອງສອງໂຕ, ແລະ ການເຊື່ອມຕໍ່ຜ່ານລະບົບ 3G ອີກດ້ວຍ.

PSP 2 (CodeName NGP) ນີ້ຈະມາກັບຫນ່ວຍປະມວນຜົນ quad-core ARM Cortex-A9, ຫນ້າຈໍສຳພັດເປັນ OLED ຂະຫນາດ 5ນິ້ວ ຄວາມລະອຽດ 960 x 544, ມີປຸ່ມເມົ້າສອງຂ້າງ, ມາກັບກ້ອງສອງໂຕ ຫນ້າແລະຫລັງ, ຮອງຮັບການເຊື່ອມຕໍ່ໄຮ້ສາຍ 3G & WIFI, ແນ່ນອນຕ້ອງມີ GPS, ໄດ້ເພີ່ມ gyroscope ເຊັນເຊີ ທີ່ມີຢູ່ໃນ PlayStation Move ເຂົ້າໄປ. ນອກນັ້ນ PSP 2 ນີ້ຈະບໍ່ໄດ້ໃຊ້ການຫລິ້ນເກມແບບ UMD ອີກຕໍ່ໄປ ເຊິ່ງຈະປ່ຽນໄປໃຊ້ Flash Memory ແທ່ນ ເພຶ່ອລຸດປັນຫາແຜ່ນເກມເຊື່ອມຄຸນນະພາບ ຫລື ໂຫລດຊ້າ. ສ່ວນລາຄານັ້ນຍັງບໍ່ໄດ້ເປີດເຜີຍ ແລະ ຄາດວ່າຈະອອກວາງຂາຍໃນຊ່ວງເທດສະການວັນຢຸດນີ້.

ກໍ່ຕ້ອງເບິງຕໍ່ໄປວ່າ ຫາກ PSP ຮອງຮັບການເຊື່ອມຕໍ່ຜ່ານລະບົບ 3G ແລ້ວ ຈະມີບຼາວເຊີທີ່ມີປະສິດທິພາບຫລືບໍ່ ເຊັ່ນຫລິ້ນ Flash ໄດ້ ຫລື ຈະມີ App ສຳລັບເບິງ Video ໃນ Youtube ທີ່ຕອນນີ້ອຸປະກອນຕ່າງໆທັງຫລາຍກໍ່ເຮັດໄດ້ແລ້ວ.

ຮູບພາບເພີ່ມເຕີມ: http://www.engadget.com/photos/psp2-press-shots/

ທີ່ມາ:​ Engadget

ລອງອ່ານກ່ຽວກັບ  Apple ອັບເດດ iMovie ສຳລັບ iOS ແລ້ວ ເພຶ່ອຮອງຮັບ iPad 2

Souliyo

Co-Founder and CTO of BIZGITAL and LOCA

Comments

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.