ເລື່ອງລາວຂອງ TECH, STARTUP, ແລະ DIGITAL

5 ຄົນທີ່ຈະມາເປັນ ຜູ້ນຳຂອງ Apple ຄົນຕໍ່ໄປຕໍ່ຈາກ Steve Jobs

ຂ່າວໄອທີ

ເນື່ອງຈາກ Steve Jobs ໄດ້ລາປ່ວຍ ຫລື ລາໄປຮັກສາສຸຂະພາບຂອງຕົນ ແລະກໍ່ມີຂ່າວຕ່າງໆນາໆວ່າ Steve Jobs ອາດຈະກະສຽນໂຕເອງ ຈາກ Apple ແລະອື່ນໆ ແຕ່ລ່າສຸດທາງ PC Mag ໄດ້ໂພສບົດຄວາມກ່ຽວກັບລາຍຊື່ຂອງ 5ຄົນ ທີ່ມີແນວໂນ້ມທີ່ຈະມາເປັນຜູ້ນຳຂອງ Apple ຫາກ Steve Jobs ກະສຽນໂຕອອກຈາກ Apple ຫລື ຈະດ້ວຍຫຍັງກໍ່ຕາມ ກໍ່ຈະຕ້ອງມີຄົນມາດຳລົງຕຳແຫນ່ງແທນ ເຊິ່ງກໍບໍ່ມີຫລາຍຄົນປານໃດທີ່ຈະມີຄຸນສົມບັດຈະມາຂຶ້ນ ຫລື ສືບຕໍ່ຈາກ Steve Jobs ໄດ້ ເຊິ່ງທາງ PC Mag ກໍ່ໄດ້ຄັດມາ 5ລາຍຊື່ດັ່ງລຸ່ມນີ້:

1. Phil Schiller: ຮອງຜູ້ຈັດການອາວຸໂສ ການຕະຫລາດ ໃນທົວໂລກຂອງ Apple ( Senior Vice President of Worldwide Marketing )

2. Time Cook: ເຈົ້າຫນ້າທີ່ຮັບຜິດສອບການປະຕິດບັດການຕ່າງໆ ຂອງ Apple (Chief Operating Officer of Apple) ເຊິ່ງກໍ່ເປັນຄົນທີ່ເຄີຍ ຮັບຫນ້າທີ່ແທນ Steve Jobs ມາຫລາຍຄັ້ງແລ້ວ

3. Jonathan Ive: ຮອງປະທານອາວຸໂສ ດ້ານການອອກແບບ ອຸດສະຫະກຳຕ່າງໆຂອງ Apple (Senior Vice President of Industrial Design)

4. Scott Forstall: ຮອງປະທ່ານອາວຸໂສຂອງ iPhone Software (Senior Vice President of iPhone (iOS) Software)

5. Bertrand Serlet: ຮອງປະທ່ານອາວຸໂສ Software Engineering (Mac OS X) ຂອງ Apple (Senior Vice President of Software Engineering)

ຢ່າງໃດກໍ່ຕາມ ຂ່າວນີ້ເປັນຂ່າວທີ່ທາງ PC Mag ຂຽນອອກເພຶ່ອຄາດການໃນອານາຄົດທີ່ຈະບໍ່ມີ Steve Jobs ແລະສຳລັບ 5ຄົນ ທີ່ກ່າວມາຂ້າງເທິງນີ້ຖືວ່າເປັນປັດໃຈຫລັກໆຂອງ Apple ທີ່ອອກນະວັດຕະກຳ, ແກັດເຈັດດີໆຕ່າງໆອອກມາໃຫ້ເຫັນໃຫ້ໃຊ້ກັນ ແລະ ແຕ່ລະຄົນກໍ່ເຫມາະສົມພໍໆກັນ ແລ້ວທ່ານຜູ້ອ່ານເດຄິດວ່າໃຜຈະພໍແທນໄດ້ ຕາມຄວາມຄິດຄວາມມັກຂອງທ່ານ ສາມາດອອກຄວາມເຫັນໂດຍໂຫວດໃນແບບສຳຫວດທາງລຸ່ມນີ້ໄດ້ (ສາມາດເລືອກໄດ້ສອງຄົນເດີ່ພີ່ນ້ອງ.)

[poll id=”4″]

ທີ່ມາ: PC Mag

ລອງອ່ານກ່ຽວກັບ  iWork 11 ກຳລັງຈະເປີດໂຕ ໃນວັນທີ່ 19 ກຸມພາ ທີ່ຈະຮອດນີ້

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.