ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Sony ເປີດໂຕ ກ້ອງພົກພາຂະຫນາດນ້ອຍ ແບບ 3D ຖ່າຍວິດີໂອໄດ້ 1080p

ຂ່າວໄອທີ

Sony ເປີດໂຕ ກ້ອງພົກພາຂະຫນາດນ້ອຍ ແບບ 3D ຖ່າຍວິດີໂອໄດ້ 1080p

ລ່າສຸດໃນງານ CES 2011 ທາງ Sony ກໍ່ໄດ້ເປີດໂຕ ກ້ອງຖ່າຍຮູບແບບພົກພາຕະກູນ Cyber Shot ຫລື ທີ່ຄຸ້ນຫູກັນວ່າ ກ້ອງ Compact ນັ້ນເອງ ເຊິ່ງມີຫລາຍລຸ້ນດັ່ງນີ້: DSC-TX100V, DSC-TX10, DSC-HX7V, DSC-WX10 ແລະ DSC-WX9 ຄວາມລະອຽດຂອງກ້ອງແມ່ນ 16.2-megapixel ເປັນກ້ອງໂຕທຳອິດທີ່ມີໂຫມດ 3D ໃນເລັນຖ່າຍເລັນດຽວ ສ່ວນລຸ້ນ DSC-WX10ກໍ່ຍັງເປັນລຸ້ນທຳອິດ ທີ່ສາມາດຖ່າຍວິດີໂອໄດ້ແບບ Full HD 1920 x 1080/60p ໃນຕະກູນ ກ້ອງ Compact.

ນອກຈາກນີ້ລຸ້ນ DSC-TX100V ຍັງເປັນລຸ້ນທຳອິດໃນຕະກູນຂອງ Cyber Shot ທີ່ໃຊ້ຈໍສຳພັດ ແບບ OLED ຂະຫນາດ 3.5ນິ້ວອີກດ້ວຍ. ຄາດວ່າເລີ່ມວາງຂາຍໃນເດືອນ ມີນາ ທີ່ຈະຮອດນີ້ລາຄາເລີ່ມຕົ້ນທີ່ $220 ເຖິງ $380. ສຳລັບລາຄາຖືວ່າຫນ້າສົນໃຈ ໃນກ້ອງລະດັບ Full HD.

ຮູບພາບລຸ້ນອື່ນໆ: http://www.dropmocks.com/mOyC6

ທີ່ມາ:​ Engadget

ລອງອ່ານກ່ຽວກັບ  Wordpress ລະບົບເວັບສຳລັບຮູບ ອອກເວີຊັ່ນ 3.2 ລຸ້ນສົມບູນແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.