ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Skype 5 ເວີຊັ່ນເຕັມສຳລັບ Mac ມາແລ້ວ ພ້ອມກັບ Video Group

FREE WARE, ຂ່າວດ່ວນ


ຫລັງຈາກ Skype ໄດ້ອອກ Skype 5 beta ສຳລັບເຄື່ອງ Mac ໄປແລ້ວໃນເດືອນ ພະຈິກທີ່ຜ່ານມາ ລ່າສຸດທາງ Skype ໄດ້ອອກ Skype 5 ເວີຊັ່ນສົມບູນສຳລັບຜູ້ໃຊ້ Mac ໄດ້ດາວໂຫລດໄປໃຊ້ກັນແລ້ວ. ເຊິ່ງເດັ່ນໆໃນເວີຊັ່ນນີ້ກໍ່ຄື ສາມາດໃຊ້ງານ Group Video Calling ຄືການລົມສາຍແບບເປັນກຸ່ມພ້ອມກັນຫລາຍໆຄົນໄດ້ ແລະ  ຍັງສາມາດແຊັດແບບເປັນກຸ່ມໄດ້ເຊັ່ນກັນ. ນອກເຫນຶອຈາກ ສອງຟີເຈີນີ້ແລ້ວ ຍັງມີການປັບປຸງຫນ້າຕາຂອງໂປຼແກຼມໃຫ້ຫນ້າໃຊ້ຂຶ້ນ, ໃຊ້ງານງ່າຍ ແລະສະດວກຫລາຍຂຶ້ນ.

ສຳລັບ Group Video Calling ນັ້ນ ຜູ້ໃຊ້ຈະຕ້ອງໄດ້ເສຍຄ່າໃຊ້ທຳນຽມ ໃນລາຄາ $4.99 ຕໍ່ຫນຶ່ງວັນ ຫລື ຈະຈ່າຍເປັນເດືອນກໍ່ໄດ້ $8.99ຕໍ່ເດືອນ, ແຕ່ຫາກທາງ Skype ເປີດໃຫ້ຜູ້ໃຊ້ຂໍທົດລອງໃຊ້ງານໄດ້ຟຼີ 7ວັນ. ສຳລັບຜູ້ໃຊ້ Mac ທີ່ມີ Skype ຢູ່ໃນເຄື່ອງແລ້ວກໍ່ສາມາດອັບເດດເປັນເວີຊັ່ນ 5 ໄດ້ທັນທີ ຫາກຍັງບໍ່ມີ ກໍ່ສາມາດເຂົ້າໄປດາວໂຫລດໄດ້ທີ່: http://www.skype.com/intl/en/get-skype/on-your-computer/macosx

ທີ່ມາ: Skype for Mac

ລອງອ່ານກ່ຽວກັບ  Mac Mini ລຸ້ນອັບເກຼດໃຫມ່ ແລະ ຫນ້າຈໍ Thunderbolt Display

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.