ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Samsung Galaxy Tab ຍອດຂາຍເຖິງເກີນ 1ລ້ານ ແລ້ວ

ຂ່າວດ່ວນ, ແທັບເລັດ

ຫລັງຈາກມີຂ່າວ Samsung Galaxy S ມີຍອດຂາຍຜ່ານ 10ລ້ານແລ້ວ ກໍ່ຍັງມີອີກຂ່າວດີຂອງທາງ Samsung ເຊິ່ງກໍ່ຄືຍອດຂາຍຂອງ Samsung Galaxy Tab ຕອນນີ້ເກີນ 1ລ້ານແລ້ວ ເຊິ່ງກ່ອນຫນ້ານີ້ກໍ່ມີຂ່າວ ຍອດຂາຍເຖິງ 6ແສນ ແລະຈະໃຫ້ເຖິງ 1ລ້ານກ່ອນຫມົດປີ 2o1o ເຊິ່ງນັ້ນກໍ່ເປັນໄປຕາມເປົ້າຫມາຍ.

ຕາມລາຍງານກ່າວວ່າ ຍອດຂາຍຂອງ Samsung Galaxy Tab ນັ້ນເຖິງຫນຶ່ງລ້ານ ເມຶ່ອວັນທີ 3 ເດືອນທັນວາ 2010 ທີ່ຜ່ານມານີ້, ແລະ ກ່ອນຫນ້ານີ້ກໍ່ມີຂ່າວການປັບລາຄາລົງ ຂອງ Galaxy Tab ຈາກຜູ້ໃຫ້ຕ່າງໆໃນ ອາເມລິກາ. Galaxy Tab ກໍ່ຖືເປັນຜະລິດຕະພັນອີກໂຕຫນຶ່ງ ໃນຕະກູນ Galaxy ທີ່ເຮັດອອກມາເພຶ່ອແຂ່ງກັບ iPad ຂອງ Apple ແລະກໍ່ເຮັດໃຫ້ທາງ Samsung ພູມໃຈຫລາຍໄປບໍ່ຫລາຍກໍ່ຫນ້ອຍ.

ທີ່ມາ:  Yahoo News

ລອງອ່ານກ່ຽວກັບ  ລືກັນອີກຮອບກ່ອນເປີດໂຕ iPad 2 ອາດຈະມາກັບ Thunderbolt

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.