ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Samsung Galaxy Player ປ່ອຍໃຫ້ຈອງຜ່ານ Amazon ອັງກິດແລ້ວ

ຂ່າວໄອທີ

ລ່າສຸດມີລາຍງານຂ່າວກ່ຽວກັບ Samsung Galaxy Player ເຄືອງຫລິ້ນມັນຕິມີເດຍ ຂະຫນາດ 3.2ນິ້ວ ທີ່ໃຊ້ລະບົບປະຕິບັດການ Android ທີ່ຈະອອກມາຕໍ່ກອນກັບ iPod touch ຂອງ Apple, ປະຈຸບັນ ໄດ້ເປີດໃຫ້ຈອງແລ້ວ ໃນເວັບໄຊຕ໌ Amazon ຂອງ ສະຫະລາດສະອານາຈັກອັງກິດ ແລະ ຈະເລີ່ມວາງຂາຍຢ່າງເປັນທາງການ ວັນທີ່ 7ມັງກອນນີ້, ເຊິ່ງລາຄານັ້ນຖືວ່າສູສີກັບ iPod touch ຂອງ Apple ເລີຍ.

Samsung Galaxy Player ນັ້ນຈະມາກັບລະບົບປະຕິບັດການ  ລຸ້ນ 8GB ນັ້ນຈະມີລາຄາພຽງແຕ່ £149.99 ຫລືປະມານ $234 ແລະ ລຸ້ນ 16 GB ລາຄາ £179.99 ຫລື ປະມານ $280. ແຕ່ບໍ່ມີລຸ້ນ 32GB ເຊິ່ງ ສຳລັບ iPod touch ຈະບໍ່ມີລຸ້ນ 16GB ເຊິງຈະຂ້າມໄປເປັນ 32GB ເລີຍ ໃນລາຄາ $299. ສຳລັບໃຜທີ່ມີພີ່ນ້ອງ ຫລື ຄົນຮູ້ຈັກທີ່ອາໄສຢູ່ແຖວ ອັງກິດຕອນນີ້ ແລ້ວຢາກເປັນເຈົ້າຂອງກ່ອນໃຜກໍ່ຈອງເລີຍ ກໍ່ແລ້ວກັນ 😀 ຫາກທ່ານເປັນຄົນທີ່ລໍຖ້າ ເຄື່ອງຫລິ້ນມັນຕິມີເດຍ ທີ່ໃຊ້ລະບົບປະຕິບັດການ Android ເຄື່ອງນີ້ ອາດຈະເຫມາະສຳລັບທ່ານກໍ່ໄດ້.

ລາຍລະອຽດເຂົ້າໄປເບິງໄດ້ທີ່

Galaxy Player 8GB Amazon UK

Galaxy Player 16GB Amazon UK

ທີ່ມາ:​ Engadget

ລອງອ່ານກ່ຽວກັບ  [Google I/O] ມາແລ້ວ Chrome Book ຈາກ Acer ແລະ Samsung

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.