ເລື່ອງລາວຂອງ TECH, STARTUP, ແລະ DIGITAL

POP Peeper ຈັດການສະລະພັດ ອີເມວ ໃນຫນຶ່ງດຽວ

FREE WARE

ເຊຶ່ອວ່າຫລາຍຄົນທີ່ເຂົ້າມາອ່ານບົດຄວາມນີ້ ທຸກຄົນຕ້ອງມີອີເມວຂອງໂຕບໍ່ຫນ້ອຍກໍ່ຫລາຍ ແລະ ໃນເວລາຢາກກວດເມວ ກໍ່ຈະຕ້ອງໃຊ້ຫລາຍໂປຼແກຼມ ຫລື ເຂົ້າຫລາຍໆເວັບເພຶ່ອຈັດການ ກັບອີເມວຕ່າງໆ ເຮັດໃຫ້ວຸ້ນວາຍ ຕ້ອງລັອກອິນເຂົ້າຫລາຍໆເວັບໃນເວລາດຽວກັນ. ແລ້ວຈະດີສ່ຳໃດຫາກມີໂປຼແກຼມທີ່ຈະມາຊ່ວຍຈັດການອີເມວທັງຫລາຍຂອງທ່ານ ແລະບົດຄວາມນີ້ເຮົາກໍ່ແນະນຳ POP Pepper ໂປຼແກຼມຈັກການສາລະພັດ Email ໃນຫນຶ່ງດຽວ.

POP Peeper ເປັນໂປຼແກຼມຫນ້າຕາທີ່ ທຳມະດາໆ ບໍ່ມີຫຍັງຊັບສ້ອນໃນການໃຊ້ງານ ເຊິ່ງຜູ້ໃຊ້ສາມາດເພີ່ມບັນຊີອີເມວເຂົ້າໄປໄດ້ຈຳນວນຫລາຍບັນຊີ ແລະ ຫລາຍປະເພດ ບໍ່ວ່າຈະເປັນ Gmail, Hotmail, Livemail, Yahoo,  AOL, Mail.com, ແລະອື່ນໆອີກສາລະພັດແບບ. ນອກນັ້ນຍັງສະຫນັບສະຫນຸນ POP3, IMAP ແລະ SMTP ອີກດ້ວຍ ສຳຫລັບຄົນທີ່ໃຊ້ເມວຂອງເວັບໂຕເອງ ຫລື ອົງກອນບໍລິສັດຕ່າງໆ ແລະ ຮອງຮັບການເຂົ້າລະຫັດຄວາມປອດໄພດ້ວຍ SSL ອີກດ້ວຍ.

ຟີເຈີອື່ນໆທີ່ຫນ້າສົນໃຈກໍ່ຄື ມີການແຈ້ງເຕືອນໃນເວລາທີ່ມີຂໍ້ຄວາມສົ່ງເຂົ້າມາ ໃນອີເມວຂອງເຮົາ ແລະ ຍັງສາມາດດາວໂຫລດຮູບແບບຫນ້າຕາ ຂອງໂປຼແກຼມ ແລະ ຫນ້າຕາການແຈ້ງເຕືນໄດ້ອີກດ້ວຍ. ເທົ່ານັ້ນຍັງບໍ່ພໍ ຫລາຍຄົນກັງວົນວ່າ ຫາກມີຄົນໃຊ້ງານຄອມພິວເຕີຂອງເຮົາ ເຂົາເຈົ້າຈະສາມາດເຂົ້າເຖິງອີເມວຂອງເຮົາທັງຫມົດ ເຊິ່ງປັນຫານີ້ກໍ່ບໍ່ຕ້ອງກັງວົນເພາະເຮົາສາມາດຕັ້ງລະຫັດ ການໃຊ້ງານໄວ້ໄດ້ ສະນັ້ນເວລາຄົນອື່ນຈະເຂົ້າໃຊ້ນັ້ນຕ້ອງຮູ້ລະຫັດກ່ອນ ຈຶ່ງຈະສາມາດເຂົ້າເຖິງອີເມວພວກນັ້ນໄດ້.

ຕ້ອງການດາວໂຫລດໂປຼແກຼມເຂົ້າໄປທີ່ http://www.poppeeper.com/download.php

[poll id=”3″]

ລອງອ່ານກ່ຽວກັບ  Google ປັບປຸງຫນ້າຫລັກໃຫມ່ ພ້ອມເປີດທົດລອງຫນ້າຕາໃຫມ່ຂອງ Gmail

Souliyo

Co-Founder and CTO of BIZGITAL and LOCA

Comments

Leave a Reply to Tuisouthlao Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.