ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Nintendo 3DS ປະກາດກຳນົດວາງຂາຍ ຢ່າງເປັນທາງການແລ້ວ

ຂ່າວໄອທີ

ລ່າສຸດເວັບໄຊຕ໌ Nntendo.com ກໍ່ເພີ່ມຫນ້າເວັບສຳລັບເຄື່ອງຫລິ້ນເກມລຸ້ນໃຫມ່ Nintendo 3DS. ແລະ ກຳນົດລາຄາ ແລະ ວັນວາງຂາຍຂອງ Nintendo 3DS ຄື: ໃນວັນທີ 27 ເດືອນມີນານີ້ໃນອາເມລິກາ ແລະ ຍັງມີຂ່າວອອກມາວ່າ ອາດຈະວາງຂາຍໃນຢີ່ປຸ່ນກ່ອນຫນ້າທີ່ຈະເລີ່ມວາງຂາຍໃນອາເມລິກາປະມານເດືອນຫນຶ່ງ. ສ່ວນລາຄານັ້ນຢູ່ທີ່ $249.99.

ສຳລັບເກມພົກພາລຸ້ນໃຫມ່ຢ່າງ Nintendo 3DS ຈະມາກັບຫນ້າຈໍສອງຈໍ ຄືກັບລຸ້ນກ່ອນ ແຕ່ຈໍສະແດງຜົນດ້ານເທິງຈະເປັນຈໍສາມິນິ ທີ່ສາມາດສະແດ່ງພາບກຼາຟິກໃຫ້ເປັນແບບ ສາມິຕິໄດ້ ໂດຍຈະມີປຸ່ມໃຫ້ປັບເລື່ອນຂຶ້ນລົງຢູ່ດ້ານຂ້າງຂວາຂອງຈໍເພຶ່ອກຳນົດ ການສະແດງຜົນຕາມຕ້ອງການ, ມາກັບກ້ອງ 3ໂຕ ຄືດ້ານຫນ້າຫນຶ່ງໂຕ ແລະດ້ານຫລັງສອງໂຕເປັນກ້ອງສາມມິຕິ, ມີ gyroscope ເພຶ່ອເພີ່ມປະສົບການຂອງການຫລິ້ນເກມໄດ້ມ່ວນຂຶ້ນ ແລະ ສົມຈິງຫລາຍຂຶ້ນ, ມາກັບ SD Card 2GB, ມີການອອກແບບຊ່ອງໃສ່ເກມໃຫມ່ ແຕ່ຍັງສາມາດໃຊ້ງານເກມເກົ່າໆຈາກ Nintendo DSI ໄດ້. ລາຍລະອຽດເພີ່ມເຕີມເຂົ້າໄປທີ່ http://www.nintendo.com/3ds/hardware

ທີ່ມາ: Nintendo 3DS

ລອງອ່ານກ່ຽວກັບ  Angry Birds ຈະລົງໄປລະເບີດສົງຄາມ ໃນ Facebook ໄວໆນີ້!

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.