ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Mark Zuckerberg ຕິດຫນຶ່ງໃນຜູ້ຊາຍຄົນດັງ ທີ່ແຕ່ງໂຕຂີ້ລ້າຍທີ່ສຸດ

ຂ່າວດ່ວນ

ລ່າສຸດມີການຈັດລາຍຊື່ 10ລາຍຊື່ ຜູ້ຊາຍຄົນດັງທີ່ແຕ່ງໂຕຂີ້ລ້າຍສຸດ ຫລື ຮ່ວຍສຸດ ຈາກ Esquire ເຊິ່ງຫນຶ່ງໃນນັ້ນກໍ່ມີ Mark Zuckerberg ທີ່ເປັນ ບຸກຄົນແຮ່ງປີຈາກ Time Magazine, ຜູ້ກຳເນີດ Facebook ແລະ ເສດຖີ ທີ່ອາຍຸນ້ອຍທີ່ສຸດໃນໂລກ ຕິດຢູ່ໃນລາຍຊື່ດັ່ງກ່າວ.

ຢ່າງໃດກໍ່ຕາມ ຄວາມສາມາດ ແລະ ເງິນທອງ ບໍ່ຂຶ້ນກັບການແຕ່ງຕົວແຕ່ຢ່າງໃດ,​ ເຊິ່ງການແຕ່ງໂຕຂອງ Mark Zuckerberg ກໍ່ມັກຈະເປັນເສຶ້ອຢືດທຳມະດາ,​ໂສ້ງຢີນ, ແລະເກີບສຸບ. ເວົ້າແລ້ວກໍ່ໄປເບິງຮູບກັນກ່ອນ ດຽວສິວ່າຂ່າວມົ້ວ.

ຈັງໃດກໍ່ຕາມ ຫາກ Mark Zuckerberg ແຕ່ງໂຕແບບນີ້ ແລ້ວ ຄິດໄອເດຍດີໆ ມູນຄ່າ ເປັນພັນໆລ້ານແບບນີ້ໄດ້ ກໍ່ບໍ່ຄວນໄປຍຶດຕິດກັບການແຕ່ງໂຕຂອງລາວ. (ແຕ່ກະຫນ້າຈະຕັດສູດຈັກໂຕເອົາໄວ້ອອກງານສັງຄົມກັບເຂົາແດ່ກໍ່ດີ. 😀 ).

ທີ່ມາ: Esquire

ລອງອ່ານກ່ຽວກັບ  Facebook ປ່ອຍຟີເຈີ Facial Recognition ໃຫ້ກັບຜູ້ໃຊ້ທຸກຄົນແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ຂ້ອຍວ່າການແຕ່ງໂຕບໍ່ຄວນຈະເອົາມາປົນກັບຄວາມສາມາດເພາະຄວາມສາມາດກັບການແຕ່ວໂຕມັນຄົນລະເລື່ອງກັນ.ແຕ່ຈັ່ງໃດກໍ່ໃຫ້ຢູ່ໃນຄວາມເໝາະສົມກໍ່ຄົງຈະດີ.

  2. ຖ້າເປັນຄົນລາວໃຜມີລະດັບສ່ຳນີ້ຄິດວ່າເກືອບບໍ່ຍ່າງດິນພຸ້ນລະ…ແຖມຍັງທຳຕົວຍິ່ງອີກ

    1. ມັນກໍ່ບໍ່ເປັນຫມົດທຸກຄົນ ຂຶ້ນກັບນິໃສຂອງຄົນ. ຄົນລວຍເຮັດໂຕຕິດດິນກໍ່ມີ ແຕ່ອາດຈະເວົ້າມີສຽງຫລາຍຂື້ນຊື່ໆ

Leave a Reply to souliyo Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.