ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Mac App Store ເປີດບໍລິການແລ້ວ ພ້ອມ App ຫລາຍກວ່າ 1000 App

ຂ່າວໄອທີ

ຫລັງຈາກທີ່ Apple ໄດ້ປະກາດຢ່າງເປັນທາງການວ່າຈະເລີ່ມໃຫ້ບໍລິການ Mac App Store ໃນວັນທີ່ 6ມັງກອນ ປະຈຸບັນ Mac Store ກໍ່ເລີ່ມເປີດໃຫ້ບໍລິການ ແລ້ວ ເຊິ່ງໄດ້້ມາກັບ App ຫລາຍກວ່າ 1000 ແອັບຯ.

ຫນ້າຕາຂອງ Mac App store ນັ້ນບໍ່ມີຫຍັງແຕກຕ່າງຈາກກັບ iOS ເຊິ່ງງ່າຍຕໍ່ການ ຊື້, ຕິດຕັ້ງ, ຄົ້ນຫາ, ການຈັດຫມວດຫມູ່ຂອງ App ໃນ Store ກໍ່ລຽບງ່າຍ ແລະກໍ່ໃຊ້ ບັນຊີ iTunes ດຽວກັນລັອກອິນເຂົ້າໄປ ກໍ່ສາມາດຊື້ ແລະ ຕິດຕັ້ງ App ຕ່າງໆທີ່ທ່ານຢາກຕິດຕັ້ງໄດ້ແລ້ວ.

ຜູ້ໃຊ້ຈະໄດ້ຮັບການແຈ້ງເຕືອນຈາກນັກພັດທະນາ App ນັ້ນໆຫາກມີການອັບເດດເວີຊັນ, ນອກນັ້ນ ສຳລັບ App ທີ່ທ່ານໄດ້ຊື້ ຫລື ດາວໂຫລດກ່ອນແລ້ວ ທ່ານສາມາດໂຫລດໃຫມ່ໄດ້ ໂດຍບໍ່ຕ້ອງຊື້ຈ່າຍເງິນອີກ (ໂດຍບັນຊີດຽວກັນ)

ຜູ້ໃຊ້ທີ່ຕ້ອງການເຂົ້າໃຊ້ Mac Store ສາມາມາດເຂົ້າໄປອັບເດດເຄື່ອງ​ Mac ຂອງທ່ານ (version 10.6.6 ) ເທົ່ານີ້ກໍ່ຈະໄດ້ Mac App Store ເຂົ້າມາທັນທີ. ໂດຍເຂົ້າໄປທີ່ Apple menu ແລ້ວກໍ່ເລືອກເອົາ Software Update..

ລາຍລະອຽດເພີ່ມເຕີມເຂົ້າໄປເບິ່ງໄດ້ທີ່ http://www.apple.com/mac/app-store/

ທີ່ມາ:​ ​Apple

ລອງອ່ານກ່ຽວກັບ  ເສົາອາກາດ iPhone 4 ດີກວ່າໄອໂຟນທຸກລຸ້ນ?

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.