ເລື່ອງລາວຂອງ TECH, STARTUP, ແລະ DIGITAL

LG ເປີດໂຕ Optimus Black ພ້ອມຟີເຈຼີ່ WiFi Direct [CES 2011]

Video, ຂ່າວໄອທີ, ໂທລະສັບ

LG Optimus Black

ໃນງານ CES 2011 ທາງ LG ກໍ່ໄດ້ເປີດໂຕ ສະຫມາດໂຟນ Optimus Black ທີ່ບາງ ແລະ ມີຫນ້າຈໍຂະຫນາດ 4ນິ້ວ ທີ່ມາກັບເທັກໂນໂລຢີທີ່ຊື່ວ່າ NOVA Display ທີ່ຈະເຮັດໃຫ້ຈໍສົດໃສກວ່າຈໍ AMOLED ທຳມະດາຫລາຍເທົ່າ ແລະຍັງປະຍັດພະລັງງານອີກດ້ວຍ, ເຊິ່ງ Optimus Black ກໍ່ເປັນຫນຶ່ງໃນ ສະຫມາດໂຟນ Android ຕົວຫນຶ່ງ ທີ່ຈະມາກັບ Android 2.2 ນອກນັ້ນຍັງສາມາດອັບເກດເປັນ Android 2.3 ໄດ້ , ແຕ່ທີ່ເຮັດໃຫ້ Optimus Black ແປກ ແລະ ເດັ່ນກວ່າຫມູ່ໃນເວລານີ້ ກໍ່ຄື Optimus Black ມີຟີເຈຼີ່ WiFi Direct ທີ່ເຮັດໃຫ້ສາມາດສົ່ງໄຟລ໌ ຫລື ຂໍ້ມູນຕ່າງໆ ລະຫວ່າງເຄື່ອງຕໍ່ເຄື່ອງໄດ້ທັນທີ່ໂດຍບໍ່ຕ້ອງ ເຊື່ອມຕໍ່ຜ່ານ Router.

WiFi Direct on Optimus Black

ເຊິ່ງການສົ່ງໄຟລ໌ແບບນີ້ ຖ້າຈະເວົ້າໃຫ້ເຂົ້າໃຈງ່າຍໆ ກໍ່ຄືກັບ ການສົ່ງຜ່ານ Bluetooth ນັ້ນເອງ ແຕ່ ສຳລັບ WiFi Direct ຈະມີຄວາມໄວ ແລະ ສາມາດສົ່ງໄດ້ໄກກວ່າຂໍ້ມູນເພີ່ມເຕີມກ່ຽວກັບ WiFi Direct ເຮົາກໍ່ເຄີຍແນະນຳມາກ່ອນຫນ້ານີ້ແລ້ວ ເຂົ້າໄປເບິ່ງໄດ້ທີ່ http://www.souliyo.com/2010/10/wi-fi-alliance-launch-new-wi-fi-direct ສ່ວນຕົວຢ່າງການໃຊ້ງານ WiFi Direct ໃນ Optimus Black ແມ່ນຢູ່ທີ່ວິດີໂອທ້າຍຂ່າວ.

ສ່ວນລາຄາຂອງ LG Optimus Black ນີ້ຍັງບໍ່ມີການເປິດເຜີຍ, ແລະຈະເລີ່ມວາງຕະຫລາດປະປານກາງປີນີ້ ແນ່ນອນ,​ ຫາກມີຫຍັງອັບເດດກ່ຽວກັບ Optimus Black ເຮົາຈະຮີບນຳມາອັບເດດໃຫ້ຮູ້ທັນທີ

ທີ່ມາ:​ Engadget

ລອງອ່ານກ່ຽວກັບ  ສ້າງແອບຯມືຖື “Android” ງ່າຍໆ ພຽງແຕ່ຄິກ

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ກະສິມາຂາຍຢູ່ລາວແດ່ວະນິ! LG Optimus Black ຫວັງວ່າລາຄາຄົງຈະບໍ່ສູງເກີນໄປ…
    ປີ 2011 ຈະເປັນປີແຫ່ງການແຂ່ງຂັນທາງດ້ານສະມາກໂຟນຢ່າງດຸເດືອດແນ່ນອນ…….

  2. @ thypomepon: ອາດຈະມາ, ຫລືບໍ່ຫາກທ່ານຢາກໄດ້ກໍ່ສັ່ງນຳຮ້ານກໍໍ່ໄດ້ ຫາກມັນອອກມາແລ້ວ,

  3. @souliyo: ເວັບນີ້ກະຂາຍສະປະເພດເຄື່ອງ ITນຳເລີຍວະນິ!… ກະຄິດວ່າຢາກໄດ້ ສະມາກໂຟນອີກເຄື່ອງທີ່ເປັນ Android ເພາະຕອນນີ້ກະໃຊ້ iphone4 ໜັກແລ້ວອີຕົນຊາດມັນວ່າຊັ້ນ,,,,,,, ຖ້າເວັບເຮົາມີຂາຍເລິຍກະດີ ແຕ່ຢ່າລືມຂື້ນລາຄາໃຫ້ເບິ່ງແດ່ເດີ….

  4. @ thypomepon: ເວັບເຮົາບໍ່ມີຂາຍດອກ ອານາຄົດຫາກມີຄົນມາລົງທາຍອິນກັບ ເຮົາ ຫລື ວ່າ ແນະນຳຮ້ານກັບແນະນຳລາຄາ ໃນບົດຄວາມ ກໍ່ອາດຈະໂຊ ແລະ ແນະນຳໄດ້….

Leave a Reply to thypomepon Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.