ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຮູບລຸດ Google Nexus S ສີຂາວ ກຳລັງສິອອກວາງຂາຍ ໃນເອີຣົບ

ຂ່າວໄອທີ, ໂທລະສັບ

ລ່າສຸດມີລາຍງານຂ່າວອອກມາວ່າ ມີຮູບລຸດຂອງ google Nexus S ສີຂາວອອກມາ ເຊິງຄາດວ່າຈະເລີ່ມອອກວາງຂາຍໃນແຖບທະວີບເອີຣົບ ໃນໄວໆນີ້. ສຳລັບ Google Nexus S ລຸ້ນສີຂາວ ທີ່ຕົກເປັນຂ່າວນີ້ຈະເປັນອອກໄປທາງສີເທົາ ແລະ ມີຂອບດ້ານຫນ້າເປັນສີດຳ ນັ້ນຫມາຍຄວາມວ່າ ມີພຽງດ້ານຫລັງເທົ່ານັ້ນທີ່ເປັນສີຂາວ.

ຢ່າງໃດກໍ່ຕາມຍັງບໍ່ ການອອກມາຕອບໂຕ້ ຫລືໃຫ້ຂ່າວໃດໆ ຈາກຜູ້ກ່ຽວຂ້ອງ . ສຳລັບຮູບລຸດດັ່ງກ່າວມີແນວໂນ້ມເປັນຄວາມຈິງ ແຕ່ເບິງໃນອີກແງ່ຫນຶ່ງຫາກຈະເປັນສີຂາວແລ້ວ ເປັນຫຍັງຈຶ່ງຍັງມີສີດຳໃນດ້ານຫນ້າ. ຫລື ມັນອາດຈະເປັນການປ່ຽນຫນ້າກາກດ້ານຫລັງເທົ່ານັ້ນ ກໍ່ເປັນໄປໄດ້. ຈັງໃດກໍ່ຕ້ອງເບິງກັນຕໍ່ໄປວ່າທາງ Samsung ທີ່ເປັນຜູ້ຜະລິດ ຫລື Google ຜູ້ສັ່ງຜະລິດ ຈະອອກມາໃຫ້ລາຍລະອຽດກ່ຽວກັບຂ່າວນີ້ແນວໃດ.

ທີ່ມາ:​​ Engadget

ລອງອ່ານກ່ຽວກັບ  ສ້າງແອບຯມືຖື “Android” ງ່າຍໆ ພຽງແຕ່ຄິກ

Souliyo

Co-Founder and CTO of BIZGITAL and LOCA

Comments
    1. ມັນອາດຈະບໍ່ແມ່ນຂອງແທ້ກະເປັນໄປໄດ້ນະ. ຮະຮະ ເພາະວ່າຫາກມັນສິຂາວ ມັນກະຂາວຫມົດເຄື່ອງແລະ

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.