ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Larry Page ຮັບຊ່ວງເປັນ CEO ຂອງ Goolge ແທນ Eric Schmidt

ຂ່າວໄອທີ

ລ່າສຸດ ມີລາຍງານຂ່າວວ່າ Larry Page ຈະຮັບຊ່ວງເປັນ CEO ຂອງ Google ແທ່ນ CEO ຄົນເກົ່າຄື Eric Schmidt ເຊິ່ງ Eric Schmidt ຈະຍັງຄົງເປັນ ປະທານກຳມະການ ບໍລິຫານ ຂອງ Google ຕໍ່ໄປ ເຊິງທາງ Eric Schmidt ໄດ້ບອກວ່າ Larry Page ພ້ອມແລ້ວທີ່ຈະໄດ້ຮັບຫນ້າທີ່ນີ້ ແລະ ຈະນຳພາອົງກອນເດີນຫນ້າຕໍ່ໄປຢ່າງມີປະສິດທິພາບໄດ້.

ນອກນັ້ນ Eric Schmidt ຍັງບອກອີກວ່າ Sergey Brin ໄດ້ຕັດສິນໃຈຈະອຸທິດ ເວລາ ແລະ ເຫຶ່ອແຮງຂອງຕົນ ໃຫ້ກັບ ໂຄງການຍຸດທະສາດໃຫມ່ໆ ລວມໄປເຖິງ Products ໃຫມ່ໆອີກດ້ວຍ ດັ່ງນັ້ນຕຳແຫນ່ງຂອງ Sergey Brin ຈະຍັງເປັນຜູ້ຮ່ວມກໍ່ຕັ້ງ ແລະ ຜູ້ປະກອບການຫລັກຂອງ Google ເຊິ່ງຕຳແຫນ່ງນີ້ເຫມາະສົມທີ່ສຸດແລ້ວ ສຳລັບ Sergey Brin.

ກໍ່ຕ້ອງເບິງການຕໍ່ໄປວ່າ ການຮັບຊ່ວງເປັນ CEO ຂອງ Google ໂດຍ Larry Page ຈະມີຜົນກະທົບຫຍັງໃນດ້ານທຸລະກິດ ແລະ Larry Page ຈະບໍລິຫານ ແລະ ນຳພາ Google ໄປໄດ້ຢ່າງຫມັ້ນຄົງ ແລະ ມີປະສິດທິພາບກວ່າເກົ່າຫລືບໍ່.

ທີ່ມາ:​ Engadget, Eric Schmidt’s Google Blog post

ລອງອ່ານກ່ຽວກັບ  ເສົາອາກາດ iPhone 4 ດີກວ່າໄອໂຟນທຸກລຸ້ນ?

Souliyo

Co-Founder and CTO of BIZGITAL and LOCA

Comments

Leave a Reply to KZT VANG Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.