ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Kinect ຂາຍໄດ້ 8ລ້ານອັນ ພາຍໃນເວລາ 60 ມື້ທຳອິດ

ຂ່າວດ່ວນ

Kinect ຂາຍໄດ້ 8ລ້ານອັນ ພາຍໃນເວລາ 60ມື້ທຳອິດ

ລ່າສຸດໃນງານ CES 2011 ທາງ Microsoft ໄດ້ປະກາດຍອດຂາຍ ຂອງ Kinect ໂດຍ Steve ballmer CEO ຄົນປະຈຸບັນຂອງ Microsoft ໄດ້ບອກວ່າ Kinect ອຸປະກອນເສີມໃນການຫລິ້ນເກມ ສຳລັບ Xbox 360 ນັ້ນຂາຍໄດ້ 8ລ້ານອັນ ໃນ 60ມື້ທຳອິດ ທີ່ເລີ່ມວາງຈຳຫນ່າຍ ເຊິ່ງເກີນຂາດຫມາດຂອງ Microsoft ໄປເຖິງ 3ລ້ານເຄື່ອງ.

ນອກຈາກນັ້ນ Steve ballmer ຍັງໄດ້ປະກາດອີກວ່າ ຕອນນີ້ Xbox 360 ຂາຍໄດ້ທັງຫມົດ 50ລ້ານເຄື່ອງທົວໂລກ ແລະ ມີບັນຊີຜູ້ໃຊ້ Xbox Live ທັງຫມົດ 30ລ້ານຄົນ ຖືວ່າເປັນໂຕເລກທີ່ສູງພໍສົມຄວນ.

ທີ່ມາ:​ Engadget

ລອງອ່ານກ່ຽວກັບ  Microsoft Touch Mouse ເມົ້າສຳພັດ ຈາກ Microsoft

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.