ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ມາແລ້ວ Kindle App ເວີຊັ່ນສຳລັບ Windows Phone 7

ຂ່າວໄອທີ

ມາແລ້ວ KIndle App ສຳລັບ Windows Phone 7

ລ່າສຸດທາງ Amazon ກໍ່ໄດ້ອອກ App ສຳລັບອ່ານອີບຸ໊ກ ຫລື Kindle App ທີ່ຫລາຍໆຄົນຮູ້ຈັກ ແລະ ມີຢູ່ໃນຫລາຍໆແພັດຟອມແລ້ວເຊັ່ນ:​ iOS, Blackberry, android, Mac, Windows ແລະ ລ່າສຸດກໍ່ລົງສູ່ Windows Phone 7.

Kindle App ສຳລັບ Windows Phone 7 ເວີຊັ່ນນີ້ ຟີເຈີ ຫລື ລູກຫລີ້ນຕ່າງໆກໍ່ຄ້າຍຄືກັບ Kindle App ລຸ້ນທົວໆໄປເຊັ່ນ: ການອ່ານ, ຊອກຫາ, ຊື້, ຖ່າຍໂອນ ປຶ້ມ ແລະອື່ນໆ ແຕ່ຍັງມີສອງ ຟີເຈີ ທີ່ຍັງຂາດຫາຍ ຫລື ຍັງບໍ່ມີຄືກັບ Kindle App ລຸ້ນອື່ນໆ ກໍ່ຄື ການແນະນຳປຶ້ມ ໃຫ້ກັບຜູ້ໃຊ້ ແລະ ການແນະນຳປຶ້ມໃຫ້ຫມູ່.

ໃຜທີ່ໃຊ້ງານ Windows Phone 7 ຢູ່ ແລ້ວຢາກໄດ້ກໍ່ສາມາດເຂົ້າໄປຄົ້ນຫາ ແລ້ວ ດາວໂຫລດໄດ້ແລ້ວທີ່ Windows Phone Marketplace.

ທີ່ມາ: Mashable

ລອງອ່ານກ່ຽວກັບ  Kindle ເວີຊັນ Mac ລົງ Mac App Store ຮຽບຮ້ອຍ ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.