ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຕັດຕໍ່ວິດີໂອເທບໆ ໂດຍບໍ່ໃຊ້ໂປຼແກຼມ ດ້ວຍ JayCut

FREE WARE

JayCut ເປັນເວັບແອັບຫນື່ງທີ່ຫນ້າສົນໃຈ ແລະ ຢາກຈະແນະນຳໃຫ້ທຸກຄົນທີ່ເຂົ້າມາອານໄດ້ໄປທົດລອງໃຊ້ງານເບິງ, ເຊິ່ງ JayCut ນີ້ເປັນເວັບແອັບສຳລັບຕັດຕໍ່ ຫລື ແກ້ໄຂວິດີໂອຕ່າງໆໂດຍບໍ່ຕ້ອງຕິດຕັ້ງໂປຼແກຼມໃດໆໃນເຄືອງຂອງເຮົາເລີຍ ພຽງທ່ານມີອິນເຕີເນັດ ແລ້ວເຂົ້າໄປທີ່ເວັບ  JayCut.com ແລ້ວກໍ່ສະຫມັກເທົ່ານີ້ກໍ່ຈະສາມາດໃຊ້ງານໄດ້ແລ້ວ.

JayCut

JayCut ມີຟີເຈຼີຫລາກຫລາຍ ໃຫ້ເລືອກໃຊ້ ມີຫລາຍຄົນເວົ້າວ່າ ມັນສາມາດທຽບຊັ້ນກັບ iMovie ຂອງ Apple ໄດ້ເລີຍ ແລະ ເຫນຶອກວ່າ Windows Movie Maker ຂອງໄມໂຄຼຊອຟ໌ອີກສະດ້ວຍ, ຟຼີເຈີຫລັກໆຂອງ JayCut ກໍ່ມີຄື ຜູ້ໃຊ້ສາມາດອັບໂຫລດວິດີໂອຂອງຕົນເອງຂຶ້ນໄປ ຕັດຕໍ່ ຫລື ແກ້ໄຂໄດ້, ນອກນັ້ນຍັງສາມາດ ໃຊ້ ກ້ອງ Web Cam ບັນທຶກວິດີໂອ ຫລື ຄິບສຽງຂອງເຮົາ ເພຶ່ອຕັດຕໍ່ແກ້ໄຂໄດ້ອີກດ້ວຍ, ຕໍ່ມາກໍ່ຈະເປັນການເພີ່ມຕົວຫນັງສື ເຂົ້າໄປ ແລະ ຍັງມີ Effect ຫລື ການເຄື່ອນໄຫວຕ່າງໆຂອງຕົວຫນັງສືໃຫ້ເລືອກອີກດ້ວຍ, ມີລູກຫລິ້ນ Slow Motion, ປັບແຕ່ສີສັນ ແລະອື່ນໆອີກຫລວງຫລາຍ.

ຫລັງຈາກທີ່ຕັດຕໍ່ແກ້ໄຂ ຮຽບຮ້ອຍແລ້ວ ທ່ານຍັງສາມາດ Upload ໄປຍັງ Youtube ໄດ້ເລີຍທັນທີ ຫລື ຈະ Export ໄຟລ໌ອອກມາເກັບໄວ້ກໍ່ໄດ້ ບໍ່ວ່າຈະເປັນ H.264 Flash video ຫລື H.264 MPEG-4 ລວມໄປເຖິງ Xvid AVI. ສົນໃຈແລ້ວແມ່ນບໍ່ ຫາກສົນໃຈກໍ່ເຂົ້າໄປທີ່ http://jaycut.com

ລອງອ່ານກ່ຽວກັບ  ແນະນຳ App ດີໆເປັນຕາໃຊ້ ສຳຫລັບ Google Chrome

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.