ເລື່ອງລາວຂອງ TECH, STARTUP, ແລະ DIGITAL

iPhone 4 CDMA ມາແລ້ວ ພ້ອມກັບການດີໄຊນ໌ ເສົາສັນຍານໃຫມ່

ຂ່າວໄອທີ, ໂທລະສັບ

ລ່າສຸດທາງ Verizon ຜູ້ໃຫ້ບໍລິການເຄຶອຂ່າຍໂທລະສັບມືຖື ລາຍໃຫຍ່ຂອງ ອາເມລິກາລາຍຫນຶ່ງ ໄດ້ປະກາດ ເປີດໂຕ iPhone 4 ທີ່ເປັນລະບົບ CDMA ເຊິ່ງເປີດໂຕໃນລາຄາດຽວກັນກັບ AT&T ຄື: $199 ສຳລັບລຸ້ນ16GB ແລະ $299 32GB.

ສຳລັບ iPhone 4 ລຸ້ນທີ່ເປັນ CDMA ນີ້ຈະແຕກຕ່າງຈາກລຸ້ນທີ່ເປັນ GSM ທີ່ອອກມາກ່ອນຫນ້ານີ້ ເຊັ່ນ: ປ່ຽນແປງຕຳແຫນ່ງຂອງເສົາສັນຍານໃຫມ່ ເຊິ່ງຈະມີລັກສະນະຂອງຂອບ ຕ່າງກັນຕາມຮູບທາງລຸ່ມນີ້.

ນອກນັ້ນ iPhone 4 ລຸ້ນນີ້ຍັງມາກັບ Personal WiFi Hotspot ອີກດ້ວຍ ນັ້ນຫມາຍຄວາມວ່າ iPhone 4 ລຸ້ນທີ່ເປັນ CDMA ນີ້ຈະສາມາດແຊອິນເຕີເນັດ ຫລື ແຊ WiFi ໃຫ້ກັບອຸປະກອນອື່ນໆໄດ້, ເວົ້າງ່າຍໆກໍ່ຄື ສາມາດເປັນ Router ອິນເຕີເນັດໃຫ້ອຸປະກອນອື່ນສາມາດເຊຶ່ອມຕໍ່ອິນເຕີເນັດໄດ້, ນັ້ນເອງ

iPhone 4 personal Wifi hotspot

ມີດີກໍ່ຕ້ອງມີເສຍສຳລັບ iPhone 4 ລຸ້ນ CDMA ດັ່ງກ່າວນີ້ ຈະບໍ່ສາມາດໃຊ້ອິນເຕີເນັດ ໄດ້ໃນຂະນະທີ່ກຳລັງລົມໂທລະສັບ. ສາມາດລົມສາຍໃນເຄຶອຂ່າຍ 3G ຕໍ່ເນື່ອງໄດ້ 7ຊົ່ວໂມງ, ຫລິ້ນອິນເຕີເນັດຜ່ານ 3G ໄດ້ຕໍ່ເນຶ່ອງ 6ຊົ່ວໂມງ, ແລະຫລິ້ນອິນເຕີເນັດຜ່ານ WiFi ໄດ້ຕໍ່ເນື່ອງ 10ຊົ່ວໂມງ ເທົ່າກັນກັບລຸ້ນກ່ອນຫນ້ານີ້. ຂໍ້ເສຍອີກຢ່າງຫນຶ່ງຂອງ iPhone CDMA ລຸ້ນນີ້ກໍ່ຄື ບໍ່ສາມາດໃຊ້ໄດ້ໃນພື້ນທີ່ທີ່ບໍ່ຮອງຮັບ CDMA ແລະ ສ່ວນໃຫຍ່ຫລາຍໆປະເທດ ກໍ່ຈະມັກໃຊ້ GSM ຫລາຍກວ່າ CDMA. ກຳນົດເລີ່ມວາງຂາຍຂອງ iPhone 4 CDMA ແມ່ນ ວັນທີ່ 10ກຸມພາ ນີ້.

ຫາກມີລາຍລະອຽດເພີ່ມເຕີມ ຈະນຳມາອັບເດດໃຫ້ຮັບຮູ້ກັນ

Update: ຕອນນີ້​ iPhone 4 ລຸ້ນ CDMA ເປັນຕໍ່ລຸ້ນ GSM ຢູ່ທີ່ Personal Hotspot ແຕ່ລ່າສຸດມີຂ່າວລືອອກມາວ່າ ເຮົາອາດຈະໄດ້ເຫັນຟີເຈີນີ້ ໃນລຸ້ນ GSM ເຊິ່ງອາດຈະມາໄວໆນີ້ ຫລື ບາງທີ່ກໍ່ຈະຖ້າເປັນ iOS 4.3

ທີ່ມາ: Gizmodo, techcrunch

ລອງອ່ານກ່ຽວກັບ  Safari 5 ໄວ​ຂຶ້ນ 30% ແຮງ​ກວ່າ Chrome 5

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.