ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຕົວຢ່າງ iPad 2 ຈາກຜູ້ຜະລິດ ອຸປະກອນເສີມໃນ iPad [CES 2011]

ຂ່າວໄອທີ, ແທັບເລັດ

iPad 2

ລ່າສຸດໃນງານ CES 2011 ກໍ່ໄດ້ມີຜູ້ຜະລິດ accessories ສຳລັບ iPad ລາຍຫນຶ່ງໄດ້ ເຮັດ iPad ລຸ້ນຈຳລອງ ເຊິ່ງຄາດວ່າຈະເປັນ iPad ລຸ້ນຕໍ່ໄປ, ເຊິ່ງລັກສະນະນັ້ນ ແມ່ນມີຄວາມຄ້າຍຄືກັບ ຮູບລຸດກ່ອນຫນ້ານີ້ ຫລາຍປະການ ບໍ່ວ່າຈະເປັນ ມີລຳໂພງທີ່ໃຫຍ່ຂຶ້ນ, ມີກ້ອງຫນ້າ ແລະ ກ້ອງຫລັງ ແລະອື່ນໆ. ສັງເກດໄດ້ຈາກຮູບ.

ຢ່າງໃດກໍ່ຕາມ ມັນກໍ່ເປັນພຽງ ອຸປະກອນຕົວຢ່າງທີ່ ຜູ້ຜະລິດ accessories ເຮັດອອກມາເພຶ່ອ ໂຊຄູ່ກັບອຸປະກອນຂອງຕົນເອງເທົ່ານັ້ນ, ແຕ່ມັນກໍ່ມີລັກສະນະທີ່ຈະພໍເປັນໄປໄດ້. ກໍ່ຕ້ອງຖ້າເບິງກັນຕໍ່ໄປ ວ່າ iPad ໂຕຈິງຂອງ Apple ນັ້ນຈະເປັນແບບທີ່ຂ່າວລື ຈາກຫລາຍໆບ່ອນອອກມາຫລືບໍ່ ແລະ ຈະມີຫນ້າຕາຄືກັນກັບ ອັນທີ່ນຳມາໂຊນີ້ຫລືບໍ່.

ຮູບເພີ່ມເຕີມເຂົ້າໄປທີ່ http://www.dropmocks.com/mO3qy

ທີ່ມາ: Engadget

ລອງອ່ານກ່ຽວກັບ  Scareware ແພ່​ລະ​ບາດ​ພີ​ຊີ​ນັບ​ລ້ານ​ເຄື່ອງ

Souliyo

Co-Founder and CTO of BIZGITAL and LOCA

Comments

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.