ເລື່ອງລາວຂອງ TECH, STARTUP, ແລະ DIGITAL

iOS 4.3 beta ອອກມາໃຫ້ນັກພັດທະນາ ນຳໄປທົດລອງແລ້ວ

ຂ່າວໄອທີ

ລ່າສຸດ ທາງ Apple ໄດ້ປ່ອຍ iOS 4.3 beta ອອກມາໃຫ້ນັກພັດທະນາ ນຳໄປທົດລອງໃຊ້ງານແລ້ວ, ເຊິ່ງຕາມລາຍງານບອກວ່າ ໃນ iOS 4.3 beta ນີ້ໄດ້ເພີ່ມຟີເຈີໃຫມ່ໆ ໃນລະບົບມັນຕິທັດ ຂອງ iPad ເຊັ່ນ ສາມາດໃຊ້ມັນຕິທັດໄດ້ຫລາຍໆນິ້ວພ້ອມກັນ ເພຶ່ອເປັນຄຳສັ່ງຕ່າງໆ ບໍ່ວ່າຈະເປັນການກັບຫນ້າ Home ຫລື ເປີດ ມັນຕິທາສກິ້ງບາ ແລະອື່ນໆ.

ນອກນັ້ນ ຟີເຈີຫນຶ່ງທີ່ຫລາຍຄົນ ເຫັນໃນ iPhone ລຸ້ນ CDMA ທີ່ມີ Personal Hotspot ສຳລັບການແບ່ງປັນອິນເຕີເນັດຈາກ iPhone ຫລືເວົ້າງ່າຍໆວ່າ ໃຫ້ iPhone ເປັນ Router ໃນການແຊອິນເຕີເນັດກັບອຸປະກອນອື່ນໆ. ແລະຍັງເຫັນມີການປ່ຽນແປງຂອງໄອຄອນ Facetime ທີ່ຢູ່ໃນ iPod Touch ເຊິ່ງອາດຈະມີການປ່ຽນແປງ. ແລະສຳລັບ iPad ທີ່ໃຊ້ iOS 4.3 ນັ້ນຈະສະຫັນບສະຫນຸນການສະແດງ iAd banners ແບບເຕັມຈໍແລ້ວ.

ເນຶ່ອງຈາກສາເຫດທີ່ Apple ໄດ້ເພີ່ມຟີເຈີ ການໃຊ້ຫລາຍໆນິ້ວສຳພັດ ແລ້ວລາກເພຶ່ອເປັນຄຳສັ່ງຕ່າງໆ ເປັນຕົ້ນແມ່ນຄຳສັ່ງ ຫນ້າ Home ຈຶ່ງເຮັດໃຫ້ຫລາຍຄົນຄິດກັນວ່າ Apple ກຳລັງຈະເອົາປຸ່ມ Home ທີ່ເປັນປຸ່ມດຽວ ຢູ່ທາງຫນ້າ ຂອງ iPhone ນັ້ນອອກໄປ ເນື່ອງຈາກວ່າບໍ່ຈຳເປັນ ຫາກສາມາດ ສັ່ງງານກັບໄປຍັງຫນ້າ Home ໄດ້ໂດຍການໃຊ້ຄຳສັ່ງຜ່ານການສຳພັດຫລາຍນິ້ວແລ້ວລາກ.

ນອກນັ້ນຍັງມີຂ່າວອອກມາຕື່ມວ່າ ມີຄົນໄປເຈີຟີເຈີກ້ອງຖ່າຍຮູບ ແລະ ຂະຫນາດຫນ້າຈໍຂອງ iPad ລຸ້ນຕໍ່ໄປ ເຊິ່ງນັ້ນຍືນຍັນໄດ້ວ່າ iPad ລຸ້ນຕໍ່ໄປນັ້ນຈະມີກ້ອງ 2ໂຕ ຫນ້າຫລັງ, ແລະ ຂະຫນາດຫນ້າຈໍຈະສ່ຳເກົ່າ, ແລະ ຍັງໄປເຈີໂຄ໊ດທີ່ເຮັດໃຫ້ເຫັນເຖິງ ​iPhone, iPad ລຸ້ນຕໍ່ໄປອີກດ້ວຍ.

ຢ່າງໃດກໍ່ຕາມ, ສຳລັບ iOS 4.3 Beta ນີ້ ຈະຮອງຮັບແຕ່ iPhone 3GS, iPhone 4, iPad, iPod touch 3G, 4G ເທົ່ານັ້ນ. ນັ້ນຫມາຍຄວາມວ່າ iPhone 3G ຖືກຕັດຫາງປ່ອຍວັດໄປຮຽບຮ້ອຍ.

ເບິງວິດີໂອຕົວຢ່າໄດ້ ຈາກ Cnet

ທີ່ມາ:  Engadget

ລອງອ່ານກ່ຽວກັບ  Apple ປະກາດຈະຈັດງານເປີດໂຕ iPhone ຢ່າງເປັນທາງການແລ້ວ!

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.