ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Google ເຜີ ປ່ອຍວິດີໂອ ຕົວຢ່າງ Android 3.0 Honeycomb

Video, ຂ່າວໄອທີ

Google ເຜີ ປ່ອຍ ວິດີໂອຕົວຢ່າງ Android 3.0 Honeycomb

ລ່າສຸດບໍ່ຮູ້ວ່າເປັນການຈົງໃຈ ຫລື ຜິດພາດກໍ່ບໍ່ຮູ້ ເມຶ່ອຫລົງປ່ອຍວິດີໂອ ຕົວຢ່າງຂອງ Android 3.0 ຫລືເອີ້ນວ່າ Honeycomb ຂຶ້ນໄປຍັງ Youtube ແລະ ປະຈຸບັນກໍ່ຖືກປ່ຽນເປັນ Private Video ແລ້ວ, ຍິ່ງໄປກວ່ານັ້ນຍັງບອກອີກວ່າ ມັນອອກມາສຳລັບອຸປະກອນ ແທັດເລັດເທົ່ານັ້ນ ບໍ່ແມ່ນສຳລັບໂທລະສັບ ຫລື ສະມາດໂຟນ.

ຢ່າງໃດກໍ່ຕາມ ຈາກທີ່ສັງເກດໃນວິດີໂອແລ້ວ ລູກຫລິ້ນ ຫລື ຟີເຈີຕ່າງໆ ນັ້ນແຕກຕ່າງຈາກ Android ລຸ້ນປະຈຸບັນຫລາຍ ມີພຽງແຕ່ ບຼາວເຊີ ເທົ່ານັ້ນທີ່ຄືເກົ່າ, ສຳລັບ Gmail App ອາດຈະເປັນທີ່ຄຸ້ນເຄີຍກັນມາແລ້ວ ສຳລັບຜູ້ໃຊ້ iPad ແລະຟີເຈີອື່ນໆກໍ່ຫນ້າສົນໃຈບໍ່ແຜ້ກັນ (ໄປເບິງວິດີໂອໄດ້ທ້າຍຂ່າວ).

ຖືວ່າຫນ້າສົນໃຈ ແລະຫນ້າໃຊ້ຂຶ້ນຫລາຍກວ່າເກົ່າສຳລັບ Android 3.0 ແລະອາດຈະມາທຽບເທົ່າກັບ iPad ກໍ່ເປັນໄດ້, ແຕ່ຊົ່ວ Android 3.0 ຈະອອກ iPad ກໍ່ຄືຈະພັດທະນາຫນີຫ່າງອອກໄປ ອີກກໍ່ເປັນໄດ້. ເປັນການແຂ່ງຂັນທີ່ດຸເດືອດຫລາຍ ແລະ ມີຜູ້ບໍລິໂພກຢ່າງພວກເຮົາເປັນຜູ້ໄດ້ຮັບຜົນປະໂຫຍດ

ປລ: ເຫັນວິດີໂອທຳອິດຄິດວ່າຫນັງ Tron Legacy.

ທີ່ມາ: Engadget

ລອງອ່ານກ່ຽວກັບ  Google Voice ສຳຫລັບ iPad ແລະ iPod ມາແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.