ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Google ມີແຜນທີ່ຈະຊື້ fflick.com ເວັບໄຊຕ໌ ລິວິວຫນັງ

ຂ່າວໄອທີ

ລ່າສຸດມີລາຍງານຂ່າວອອກມາວ່າ Google ມີແຜນທີ່ຈະຊື້ fflick.com ເວັບໄຊຕ໌ລີວິວຫນັງ ໂດຍຜູ້ໃຊ້ Twitter ເຊິ່ງກໍ່ຕັ້ງໂດຍ 4 ອະດີພະນັກງານຂອງ Digg ໃນປີທີ່ຜ່ານມານີ້ໃນລາຄາ 10ລ້ານໂດລ່າສະຫະລັດ.

fflick.com ເປັນເວັບໄຊຕ໌ລີວິວຫນັງຈາກຜູ້້ໃຊ້ທະວິດເຕີ ເວົ້າງ່າຍໆກະຄື ເປັນເວັບທີ່ໃຫ້ຜູ້ໃຊ້ທະວິດເຕີວິຈານ ວ່າມັກຫລືບໍ່ມັກ, ຜູ້ໃຊ້ທີ່ຕ້ອງການເຂົ້າໃຊ້ງານກໍ່ພຽງແຕ່ໃຊ້ບັນຊີ Twitter ລັອກອິນເພຶ່ອເຂົ້າໃຊ້ງານ. ທີ່ຫນ້າສັງເກດກໍ່ຄືເວັບໄຊຕ໌ດັ່ງກ່າວຫາກໍ່ເປິດໂຕບໍ່ໄດ້ດົນ ແລະ ເຂົ້າໃຊ້ງານຕໍ່ມື້ກໍ່ບໍ່ຫລາຍປານໃດ, ເຊິ່ງຫລາຍສຳນັກຂ່າວກໍ່ຄິດວ່າ Google ພຽງຕ້ອງການພະນັກງານເທົ່ານັ້ນ. ຢ່າງໃດກໍ່ຕາມ ຍັງມີການຄາດການວ່າການດຳເນີນການອາດຈະເປັນອາທິດຫນ້ານີ້ ແລະກໍ່ຕ້ອງຖ້າເບິງຕໍ່ໄປວ່າ Google ຕ້ອງການຊື້ fllick.com ໄປເພຶ່ອຫຍັງ.

ທີ່ມາ:​ Techcrunch

ລອງອ່ານກ່ຽວກັບ  LG ເປີດໂຕ Optimus Black ພ້ອມຟີເຈຼີ່ WiFi Direct [CES 2011]

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.