ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Google ກຳລັງຈະອອກ Google Offers ແຂ່ງກັບ Groupon

ຂ່າວໄອທີ

ຫລັງຈາກທີ່ Google ຍື່ນຂໍ້ສະເຫນີຂໍເຂົ້າຊື້ Groupon ແຕ່ບໍ່ສຳເລັດ, ແລະ ທາງ Google ເອງກໍ່ຍັງຍຶດຫລັກຫມັ້ນກ່ຽວກັບທຸລະກິດປະເພດນີ້ ປະຈຸບັນທາງ Google ກໍ່ເລີຍອອກບໍລິການ Google Offers ມາແຂ່ງກັບ Groupon ເລີຍ.

ບໍລິການຂອງ Google Offers ຈະໃຫ້ບໍລິການລັກສະນະທີ່ຜູ້ໃຊ້ເຂົ້າໄປຄົ້ນຫາ ຂໍ້ສະເຫນີຕ່າງໆ ແລະ ຜູ້ໃຊ້ຈະສາມາດເຂົ້າຊື້ຂໍ້ສະເຫນີນັ້ນໆ ໂດຍຜ່ານ Google Checkout ລະບົບຈ່າຍເງິນອອນໄລນ໌ຂອງ Google ນອກນັ້ນ Google Offers ຍັງສາມາດເຊື່ອມຕໍ່ກັບ Facebook, Twitter, Google Reader, Google Buzz ແລະແບ່ງປັນຂໍ້ມູນຜ່ານ e-mail ໄດ້.

ຢ່າງໃດກໍ່ຕາມ, ການດຳເນີນງານຂອງ Google Offers ຈະຈ່າຍເງິນຈາກລາຍໄດ້ທັງຫມົດຈຳນວນ 80% ໃຫ້ກັບ ຜູ້ຮ່ວມທຸລະກິດພາຍໃນ 3ວັນ, ສ່ວນລາຍໄດ້ 20% ທີ່ເຫລືອນັ້ນຈະນຳເກັບໄວ້ເປັນເວລາ 60ວັນ ແລ້ວຈຶ່ງຈະຈ່າຍໃຫ້ອີກຕາມຫລັງ ເພຶ່ອສຳຮອງຫາກມີກໍລະນີລູກຄ້າຂໍເງິນຄືນ.

Google Offers ຈະອອກມາດີ ຫລືບໍ່ ແລ້ວຈະສາມາດຍາດສ່ວນແບ່ງມາຈາກ Groupon ໄດ້ຫລາຍສ່ຳໃດນັ້ນຕ້ອງເບິງກັນຕໍ່ໄປ. ອາດຈະເປັນຄືກັບຕອນທີ່ ເຮັດ Google Video ອອກມາແຂ່ງກັບ Youtube ໃນສະໄຫມທີ່ຍັງບໍ່ທັນໄດ້ຊື້ Youtube ກໍ່ເປັນໄດ້.

ທີ່ມາ: Mashable

ລອງອ່ານກ່ຽວກັບ  ກູ​ເກີນ​ເລີ່ມ​ປ່ອຍ Android 2.2 (Froyo) ເຂົ້າ​ສູ່ AOSP ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.