ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Google ເປີດບໍ່ລິການ Number Porting ສຳລັບ Google Voice

ຂ່າວໄອທີ, ໂທລະສັບ

ລ່າສຸດ Google ກໍ່ໄດ້ເປີດບໍລິການ Number Porting ໃຫ້ກັບຜູ້ໃຊ້ບໍລິການ Google Voice. Number Porting ໃນ Google Voice ນີ້ ມີລັກສະນະການເຮັດວຽກຄ້າຍໆກັບການ ໂອນສາຍ ຫລື ຮ່ວມຫລາຍໆໂທລະສັບ ຫລາຍໆອຸປະກອນ ເຂົ້າເປັນໂທລະສັບຫນຶ່ງເຄື່ອງ, ເຊິ່ງເມຶ່ອເປີດໃຊ້ງານແລ້ວ ຜູ້ໃຊ້ຈະສາມາດຮັບສາຍໄດ້ ບໍ່ວ່າຈະເປັນໂທລະສັບເຄື່ອງໃດກໍ່ຕາມ ທີ່ໃຊ້ງານ Google Voice ດ້ວຍບັນຊີນັ້ນໆ ລວມໄປເຖິງ ຄອມພິວເຕີຂອງທ່ານ. ນັ້ນຫມາຍຄວາມວ່າ ຫາກມີສາຍໂທເຂົ້າມາຫາທ່ານ ມັນກໍ່ຈະດັງຂຶ້ນທຸກເຄື່ອງທີ່ມີບັນຊີ Google Voice ຂອງທ່ານໃຊ້ງານຢູ່ ແລະທ່ານກໍ່ສາມາດເລືອກຮັບສາຍໄດ້ຈາກບ່ອນໃດຫນຶ່ງ. ນອກນັ້ນຍັງສາມາດໃຊ້ງານ ຂໍ້ຄວາມສຽງ, ຂໍ້ຄວາມຕົວຫນັງສື(SMS) ແລະບໍລິການອື່ນໆ ທີ່ Google​​Voice ມີໄດ້ອີກດ້ວຍ.

Number Porting ຈາກ Google Voice ອາດຈະຊ່ວຍລຸດຜ່ອນບັນຫາ ລືມໂທລະສັບໄວ້ບ້ານແລ້ວບໍ່ສາມາດຕິດຕໍ່ວຽກງານໄດ້ ເພາະບາງທີ ທ່ານອາດບໍ່ຈຳເປັນຕ້ອງພົກມັນອອກຈາກບ້ານໄປເຮັດວຽກເລີຍກໍ່ໄດ້ ເນື່ອງຈາກທ່ານສາມາດໃຊ້ງານໂທເຂົ້າ ແລະ ຮັບສາຍ ໄດ້ຜ່ານຄອມພິວເຕີ ຫລື ອຸປະກອນອື່ນໆທີ່ຮອງຮັບ Google Voice.

ຢ່າງໃດກໍ່ຕາມຜູ້ໃຊ້ຍັງຕ້ອງການ ຜູ້ໃຫ້ບໍລິການໂທລະສັບເຊັ່ນ AT&T, Verizon ແລະອື່ນໆ ໃນອາເມລິກາ ເພຶ່ອໃຫ້ສາມາດຮັບສາຍໃນໂທລະສັບປົກກະຕິຂອງຕົນເອງ ແລະ ສຳລັບບໍລິການ Porting Number ຂອງ Google Voice ນີ້ຕ້ອງເສຍຄ່າລົງຖະບຽນ $20 ແລະ ຍັງໃຊ້ງານໄດ້ພຽງແຕ່ ອາເມລິກາເທົ່ານັ້ນ.

ທີ່ມາ: Google Voice

ລອງອ່ານກ່ຽວກັບ  2014 "ແທັບ​ເລັດ" ຄອງ​ໂລກ​ຄອມພິວເຕີ ແທ້ຫລືບໍ່?

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.