ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ມະຫາເທບGoogle Goggles ທີ່ນັກຫຼິ້ນSudoku ລະດັບໂລກຕ້ອງຍອມ

ຂ່າວໄອທີ

ມະຫາເທບ Google Goggle ທີ່ນັກຫລິ້ນ Sudoku ອັນດັບໂລກຕ້ອງຍອມ

ລ່າສຸດທາງ Google ໄດ້ໂພສຂໍ້ຄວາມອັບເດດ ກ່ຽວກັບພະລິດຕະພັນທີ່ຍັງເປັນຢູ່ໃນແລັບຢູ່ ຊື່ວ່າ Goggles, ເຊິ່ງບົດຄວາມໃນບຼ໊ອກດັ່ງກ່າວ ກໍ່ຈະກ່າວເຖິງຄວາມໄວຂອງ Google goggles ທີ່ໄວຂຶ້ນ ແລະ ສະຫລາດຂຶ້ນ, ສາມາດສະແກນບຼາໂຄ໊ດ ເພຶ່ອຄົ້ນຫາ ລາຍລະອຽດສິນຄ້າ ແລະ ປຶ້ມ ແລະອື່ນໆ.

ນອກນັ້ນຍັງມີ ຄວາມສາມາດໃຫມ່ທີ່ເປັນໄຮໄລ້ ຫລື ອັນທີ່ອາດຈະເຮັດໃຫ້ຫລາຍຄົນຮືຮາ ເຊິ່ງຄວາມສາມາດນີ້ກໍ່ຄື ການແກ້ໄຂປັນຫາໃນ Soduku ເຊິ່ງຄວາມສາມາດນີ້ ນັກຫລິ້ນ Sudoku ລະດັບໂລກອາດຈະຕ້ອງຍອມກົ້ມກາບເລີຍກໍ່ວ່າໄດ້ 😀 ເພາະມັນສາມາດແກ້ໄຂປັນຫາໃນເກມ Soduku ໄດ້ພາຍໃນເວລາບໍ່ເຖິງນາທີ ດ້ວຍການຖ່າຍຮູບເອົາຫນ້າ Sudoku ທີ່ຕ້ອງການແກ້ປັນຫາເທົ່ານັ້ນ. ເຊິ່ງການເຮັດວຽກຂອງມັນກໍ່ເຂົ້າໃຈກັນງ່າຍໆວ່າ ມັນຈະໃຊ້ກ້ອງຖ່າຍຮູບເພຶ່ອສະແກນ ເອົາປັນຫາໃນເກມ Soduku ແລ້ວນຳໄປເປັນຄິເວິດໃນການຄົ້ນຫາ.

ມະຫາເທບ Google Goggle ທີ່ນັກຫລິ້ນ Sudoku ອັນດັບໂລກຕ້ອງຍອມ

ເຊິ່ງວິທີການໃຊ້ງານກໍ່ເປີດ App ຂຶ້ນມາແລ້ວກໍ່ນຳໄປຖ່າຍຮູບ ເພຶ່ອສະແກນເອົປັນຫາຂອງ Soduku ແລ້ວຫລັງຈາກນັ້ນກໍ່ກົດ solve ເພຶ່ອແກ້ປັນຫານັ້ນໆ, ຫາກຜູ້ອ່ານຄົນໃດສົນໃຈ ຢາກນຳໄປທົດລອງໃຊ້ກໍ່ສາມາດດາວໂຫລດ Google Mobile App ເວີຊັ່ນລ່າສຸດໄດ້ທີ່ Android Market ແລະ App Store ເຊິ່ງຈະຮອງຮັບໃນ ສະມາດໂຟນ Android ແລະ iPhone 3GS, iPhone 4 ເທົ່ານັ້ນ.

ມະຫາເທບ Google Goggle ທີ່ນັກຫລິ້ນ Sudoku ອັນດັບໂລກຕ້ອງຍອມ

ຈະເທບສຳໃດນັ້ນກໍ່ເບິງວິດີໂອເພຶ່ອເປັນການພິສູດ


ທີ່ມາ: google mobile

ລອງອ່ານກ່ຽວກັບ  DoubleTwist ຫລືວ່າ iTunes ສຳລັບ​ແອ​ນດ​ລອຍດ໌

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.