ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Google ສະຫນັບສະຫນຸນ Cloud Printing ໃນໂທລະສັບມືຖືແລ້ວ

ຂ່າວໄອທີ

ຫລັງຈາກທີ່ໄດ້ປ່ອຍ Cloud printing ສຳລັບຜູ້ໃຊ້ Chrome OS ແລະ Google Chrome ໄປແລ້ວ ປະຈຸບັນທາງ Google ກໍ່ໄດ້ປະກາດຜ່ານບຼ໊ອກ Google Mobile ວ່າ ໄດ້ຮອງຮັບການພິມເອກະສານແບບ Cloud Printing ໃນໂທລະສັບມືຖືແລ້ວເຊິ່ງຈະສາມາດພິມໄຟລ໌ແນບໃນອີເມວ ຫລື ຈະເປັນເອກະສານຕ່າງໆໃນ Google Docs ເຊັ່ນ: .doc ແລະ .pdf ເປັນຕົ້ນ.

ເຊິ່ງຜູ້ໃຊ້ທີ່ຕ້ອງການຈະໃຊ້ງານບໍລິການ Cloud Printing ນີ້ ແນ່ນອນຈະຕ້ອງມີບັນຊີ Gmail ຂອງ Google ແລະ ບຼາວເຊຼີໃນໂທລະສັບມືຖືຂອງທ່ານ ຕ້ອງຮອງຮັບມາດຕະຖານ HTML5 ອີກດ້ວຍຈຶ່ງຈະສານມາດໃຊ້ງານໄດ້, ທີ່ສຳຄັນທ່ານຕ້ອງມີບໍລິການ Cloud Printing ຫລື ທ່ານຕ້ອງເຊື່ອມຕໍ່ Cloud printing ໃຫ້ກັບ Printer ຂອງທ່ານກ່ອນເຊັ່ນດຽວກັນ (ວິທີການເຊື່ອມຕໍ່ Printer ກັບ Cloud Printing).

ແນ່ນອນໂທລະສັບທີ່ຮອງຮັບໃນປະຈຸບັນແມ່ນ Android 2.1 ຂຶ້ນໄປ ແລະ iOS 3 ຂຶ້ນໄປ, ສ່ວນ Mac ແລະ Linux ທາງ Google ບອກວ່າ ຈະອອກມາໃນໄວໆນີ້.

ທີ່ມາ: Google Mobile

ລອງອ່ານກ່ຽວກັບ  ມາແລ້ວ The New iPad, ແລະ ສິ່ງທີ່ທ່ານຕ້ອງການຮູ້ໃນ iPad ລຸ້ນນີ້.

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.